ໝາກນັດ ແລະຮາກຫຍ້າຄາ ຢາດີລົງຂາວ ທີ່ທ່ານຄາດບໍ່ເຖິງ

ໃນຍຸກນີ້ແມ່ຍິງສ່ວນຫຼາຍມັກພົບກັບບັນຫາພະຍາດລົງຂາວເຮັດໃຫ້ທໍລະມານຕົວເອງ ແລະພະຍາດລົງຂາວນີ້ກໍ່ເຮັດໃຫ້ມີກິ່ນ, ຄັນໃນຄໍລໍ້າສາລະໜ້າຮູ້ມື້ນີ້ມີສະໝຸນໄພພື້ນບ້ານມາແນະນໍາເຊັ່ນ: ກົກໝາກນັດໜາມ ແລະຮາກຫຍ້າຄາໂດຍນໍາເອົາໝາກນັດນອ້ຍ 1 ໜໍ່, ຮາກຫຍ້າຄາ 1 ກຳມື ແລະນໍ້າ 1 ລິດ.​

  ວິທີນໍາໃຊ້: ນໍາເອົາສ່ວນປະສົມທັງໝົດຕົ້ມໃຫ້ຟົດປະໄວ້ປະມານ 15 ນາທີ ແລ້ວປົງປະໄວ້ໃຫ້ອຸ່ນໆແລ້ວຕອງກິນຕາງນໍ້າເລີຍຕົ້ມກິນຕໍ່ເນື່ອງປະມານ 2-3 ວັນຈະຮູ້ວ່າອາການດີຂຶ້ນ. ນອກຈາກນັ້ນ, ໝາກນັດຍັງມີຄຸນປະໂຫຍດອີກຫຼາກຫຼາຍເປັນຕົ້ນຊ່ວຍຫຼຸດຜ່ອນຄວາມສ່ຽງຂອງມະເຣັງ, ຊ່ວຍບັນເທົາ ແລະຮັກສາອາການຫວັດ, ຊ່ວຍໃຫ້ເລືອດໄຫຼວຽນໄດ້ດີຂຶ້ນ, ຊ່ວຍເສີມສ້າງສຸຂະພາບທາງປາກໃຫ້ແຂງແຮງປ້ອງກັນໂລກເຫງືອກ ແລະອື່ນໆ.