ອຸຍນິເຊຟ ຈະສົ່ງວັກແຊງໂຄວິດໃຫ້ປະເທດທຸກຍາກປີໜ້າ

  ອົງການທຶນເພື່ອເດັກນ້ອຍແຫ່ງສະຫະປະຊາຊາດ ຫຼືອຸຍນິ ເຊຟ (UNICEF) ຈະຈັດສົ່ງວັກແຊງປ້ອງກັນພະຍາດໂຄວິດ-19 ເກືອບ 2 ຕື້ໂດສ ໃຫ້ແກ່ກຸ່ມປະເທດທຸກຍາກໃນປີໜ້າ.

  ຕາມຂ່າວຕ່າງປະເທດລາຍງານວ່າ ອຸຍນິເຊຟ ລະບຸວ່າອົງການນີ້ພວມປະສານງານກັບສາຍການບິນ ແລະບໍລິສັດຂົນສົ່ງສິນຄ້າຫຼາຍກວ່າ 350 ແຫ່ງເພື່ອຈັດສົ່ງວັກແຊງດັ່ງກ່າວ ແລະຫຼອດສັກຢາ 1 ຕື້ຫຼອດ ໃຫ້ແກ່ກຸ່ມປະເທດທີ່ທຸກຍາກ ເຊັ່ນ: ບຸຣຸນດີ, ອາຟະການິດສະຖານ ແລະເຢເມນ, ຊຶ່ງເປັນສ່ວນໜຶ່ງຂອງໂຄງການໂຄແວກ (COVAX) ທີ່ເປັນແຜນງານຈັດສັນວັກແຊງປ້ອງກັນພະຍາດໂຄວິດ -19 ຮ່ວມກັບອົງການອະນາໄມໂລກ.

  ຜູ້ອຳນວຍການຝ່າຍຈັດຫາອຸຍນິເຊຟລະບຸວ່າ: ການຮ່ວມມືທີ່ເກີດຂຶ້ນຈະດຳເນີນຕໍ່ໄປຈົນເຖິງອຸຍນິເຊຟໝັ້ນໃຈວ່າມີຂິດຄວາມສາມາດທີ່ພຽງພໍໃນການຈັດສົ່ງວັກແຊງ ຄັ້ງສຳຄັນທີ່ສຸດໃນປະຫວັດສາດ ແລະອົງການຕ້ອງອາໄສຄວາມຮ່ວມມືຈາກທຸກຝ່າຍໃນການຈັດສົ່ງວັກແຊງປ້ອງກັນ ແລະ ຫຼອດສັກຢາ ແລະ ອຸປະກອນປ້ອງກັນສ່ວນບຸກຄົນເພື່ອປ້ອງກັນເຈົ້າໜ້າທີ່ປະຕິບັດງານໃນແນວໜ້າທົ່ວໂລກ.