ລະນຶກວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ

  ອາທິດຜ່ານມານີ້, ທີ່ສູນການຄ້າສະຫວັນ-ໄອເຕັກ ແຂວງສະຫວັນນະເຂດ ໄດ້ຈັດພິທີລະນຶກວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກພ້ອມທັງປະດັບຫຼຽນ, ຍ້ອງຍໍໃຫ້ບຸກຄົນ ແລະການຈັດຕັ້ງທີ່ມີຜົນງານດີເດັ່ນໃນບັ້ນຮັບໃຊ້ປີທ່ອງທ່ຽວລາວ 2018 ໃຫ້ກຽດປາຖະກະຖາ ແລະປະດັບຫຼຽນໃນພິທີຄັ້ງນີ້ຂອງທ່ານ ທ່ອນແກ້ວ ພຸດທະໄກຍະລາດຮອງ ເຈົ້າແຂວງສະຫວັນນະເຂດ, ມີທ່ານ ນາງ ສີສະຫວັດ ໂຄດທະວົງສາ ປະທານສະຫະພັນແມ່ຍິງ ແຂວງ, ມີຄະນະນຳຈາກພະແນກການກົມກອງ, ແຂກທີ່ຖືກເຊີນ, ບັນດາຮາກຖານ-ໜ່ວຍສະຫະພັນແມ່ຍິງອ້ອມຂ້າງແຂວງເຂົ້າຮ່ວມຢ່າງພ້ອມພຽງ.

  ໃນພິທີທ່ານ ທ່ອນແກ້ວພຸດ ທະໄກຍະລາດກໍ່ໄດ້ຍົກໃຫ້ຮູ້ປະຫວັດຄວາມເປັນມາຂອງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະໄດ້ຍົກໃຫ້ເຫັນຄວາມເອົາໃຈໃສ່ຂອງລັດຖະບານ ສປປ ລາວ ທີ່ຍາມໃດກໍ່ເຫັນໄດ້ບົດບາດ, ຄວາມສຳຄັນຂອງແມ່ຍິງ ແລະເດັກ ຊຶ່ງມາຮອດປະຈຸບັນ, ສປປ ລາວ ພວກເຮົາກໍ່ໄດ້ສ້າງ ແລະຮັບຮອງເອົາກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ ໃນປີ 2015 ຈາກນັ້ນ, ໃນພິທີກໍ່ໄດ້ມີການປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ສະຫະພັນແມ່ຍິງແຂວງ ແລະບຸກຄົນຈຳນວນ 4 ທ່ານ, ຫຼຽນກາແຮງງານ 6 ທ່ານ, ມອບໃບຍ້ອງຍໍລັດຖະບານ 4 ທ່ານ ແລະໃບຍ້ອງຍໍທ່ານເຈົ້າແຂວງສະຫວັນນະເຂດໃຫ້ຈຳນວນ 17 ທ່ານ ແລະ74 ກົມກອງ ຊຶ່ງໃຫ້ກຽດປະດັບ                                                      ຫຼຽນ ແລະມອບໃບຍ້ອງຍໍໂດຍທ່ານ ທ່ອນແກ້ວ ພຸດທະໄກຍະລາດ.

----

ຂ່າວ: ສະຫວັນ