2 ສະໝຸນໄພ ຊ່ວຍກໍາຈັດ ແມງວັນ

  ແມງ​ວັນ ນອກ​ຈາກ​ຈະສ້າງຄວາມລຳຄານ​ຕາມ​ຮ້ານອາຫານ, ບ້ານ ແລະແຫຼ່ງຊຸມຊົນແລ້ວຍັງຖື​ ເປັນ​ພາ​ຫະ​ຂອງ​ພະຍາດຕ່າງໆ ໂດຍ​ສະເພາະ​ພະຍາດ​ດີິຕໍ່ທາງເດີນອາຫານ ຊຶ່ງສົ່ງຜົນຕໍ່ສຸຂະພາບ​ ແລະ​ການ​ໃຊ້​ຊີວິດຂອງ​ຄົນເປັນ​ອັນ​ດັບ​ຕົ້ນ​ໆໃນສາລະໜ້າຮູ້ມື້ນີ້ມາແນະນໍາ​ວິທີ​ການ​ກຳຈັດ​ແມງ​ວັນ​ງ່າຍໆດ້ວຍ​ສ​ະໝຸນ​ໄພ​ໃນ​ຄົວເຮືອນ ຊຶ່ງ​ເປັນ​ວິທີ​ທີ່​ບໍ່​ຕ້ອງ​ລົງທຶນ​ ຊື້​ອຸປະກອນ​ຫຍັງ​ຫຼວງ​ຫຼາຍທີ່ສຳຄັນ​ບໍ່​ກໍ່​ໃຫ້​ເກີດ​ອັນຕະລາຍ​ຕໍ່​ສຸຂະພາບ​ຂອງ​ເຮົາ​ອີກ​ດ້ວຍຈະມີຫຍັງແນ່ນັ້ນໄປຮູ້ພ້ອມກັນເລີຍ.

. ນໍ້າ​ຢາ​ລ້າງ​ຈານປະສົມກັບນໍ້າ​ສະອາດ: ພຽງ​ແຕ່ປະສົມ​ນໍ້າ​ຢາ​ລ້າງ​ຈານ​ກັບ​ນໍ້າ​ສະອາດໃນ​ອັດຕາ​ສ່ວນ 1 ຕໍ່ 1 ແລ້ວ​ນຳ​ສ່ວນ​ປະສົມ​ທີ່​ໄດ້​ໄປ​ໃສ່​ໃນກວດ ຫຼືກະປ໋ອງສີດ​ນໍ້າຫຼັງຈາກນັ້ນນໍາໄປ​ສີດ​ໃສ່​ບໍລິເວນ​ທີ່​ແມງ​ວັນມັກ​ມາ​ຕອມ​ເຊັ່ນ: ທີ່​ຖິ້ມ​ຂີ້ເຫຍື້ອ​ໜ້າ​ບ້ານຈະ​ເຮັດໃຫ້​ແມງ​ວັນ​ຫາຍ​ໃຈ​ບໍ່​ອອກ ແລະ​ຕາຍ​ໄປ​ໃນ​ທີ່ສຸດ.

. ຜັກ​ທຽມ: ພຽງ​ປອກ​ຫົວຜັກ​ທຽມ​ແລ້ວ​ນຳ​ໄປ​ຕົ້ມນໍ້າ​ໃຫ້​ຟົດຈາກ​ນັ້ນ​ຫາ​ກິ່ງ​ໄມ້​ນ້ອຍ​ໆມາ​ແຊ່​ລົງ​ໄປ​ໃນ​ໝໍ້ແຊ່​ຖິ້ມ​ໄວ້​​ເຄິ່ງມື້ເພື່ອ​ໃຫ້​ແນ່​ໃຈ​ວ່າ​ກິ່ນຕິດ​ກິ່ງ​ໄມ້ແລ້ວກໍ​ນຳ​ກິ່ງ​ໄມ້​ໄປ​ປັກ​ໄວ້​ຕາມ​ທີ່​ໆມີ​ແມງ​ວັນກິ່ນເຫື່ອຂອງ​ຜັກ​ທຽມ​ຈະ​ຊ່ວຍ​ໃຫ້​ແມງວັນ​ພວກ​ນີ້​ບໍ່​ຢາກ​ເຂົ້າ​ໃກ້​ໃນ​ບໍລິເວນນັ້ນໆ.

----

ຮຽບຮຽງໂດຍ: ຟ້າ