ສະຫາຍ ພຸດ ສິມມາລາວົງ ເລຂາພັກກະຊວງສຶກສາທິການ ແລະກີລາ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະກີລາໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ 24 ພະຈິກ ແລະປິດລົງດ້ວຍຜົນສຳເລັດໃນວັນທີ 25 ພະຈິກ ໂດຍການເປັນປະທານຂອງສະຫາຍ ນາງ ແສງເດືອນ ຫຼ້າຈັນທະບູນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີບັນດາຜູ້ແທນສົມບູນ ແລະແຂກຖືກເຊີນເຂົ້າຮ່ວມ.

  ກອງປະຊຸມໄດ້ຕີລາຄາຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ, ຕີລາຄາຈຸດອ່ອນ, ຂໍ້ຄົງຄ້າງ ແລະສາເຫດ, ພ້ອມທັງບົດຮຽນທີ່ຖອດຖອນໄດ້ຈາກການຊີ້ນຳ-ນຳພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນ 5 ປີຜ່ານມາ, ພ້ອມນີ້ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາທິດທາງແຜນການ 5 ປີ ນັບແຕ່ປີ 2021 ຮອດປີ 2025 ຊຶ່ງມີເນື້ອໃນຕົ້ນຕໍ: ການນຳພາວຽກງານການເມືອງແນວຄິດ, ວຽກງານກົງຈັກການຈັດຕັ້ງພະນັກງານ ແລະປັບປຸງກໍ່ສ້າງພັກ, ວຽກງານວິຊາສະເພາະ, ວຽກງານຕິດຕາມກວດກາ, ວຽກງານປ້ອງກັນຊາດ-ປ້ອງກັນຄວາສະຫງົບ, ວຽກງານອົງການຈັດຕັ້ງມະຫາຊົນ ແລະວຽກງານພົວພັນຕ່າງປະເທດ.

   ນອກນັ້ນຜູ້ແທນກອງປະຊຸມຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ໂດຍໄດ້ເປັນເອກະສັນເລືອກເອົາສະຫາຍ ພຸດ ສິມມາລາວົງ ເປັນເລຂາຄະນະພັກ, ສະຫາຍນາງ ຂັນທະລີ ສິຣິພົງພັນ ເປັນຮອງເລຂາຄະນະພັກ, ສະຫາຍ ສຳລານ ພັນຄະວົງ ເປັນປະທານກວດກາ.

  ກອງປະຊຸມໃຫຍ່ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກຮອງປະ ທານປະເທດຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາຂອງຄະນະພັກຊຸດເກົ່າທີ່ໄດ້ຊີ້ນຳ-ນຳພາສະມາຊິກພັກ, ພະນັກງານຄູ-ອາຈານ ແລະນັກ ຮຽນ, ນັກສຶກສາປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສຳເລັດພ້ອມກັນນັ້ນຍັງໄດ້ມີທິດຊີ້ນຳຫຼາຍບັນຫາທີ່ສຳຄັນຕື່ມອີກ.