ລົດຍີ່ຫໍ້ດັງທີ່ BTS ເປັນພີເຊັນເຕີ ມີຍອດຂາຍເພີ່ມຂຶ້ນ 2 ເທົ່າ

  ງານພີເຊັນເຕີໂຄສະນາມັກ ຈະມາຄູ່ກັນກັບຄວາມດັງຂອງສີ ລະປິນນັກຮ້ອງ ແລະນັກສະແດງ ເປັນທຳມະດາສຳລັບວົງ BTS ກໍຖືເປັນອີກວົງໜຶ່ງທີ່ສ້າງຊື່ສຽງໂດ່ງດັງໄປທົ່ວໂລກພ້ອມກັບງານພີເຊັນ ເຕີໃຫ້ກັບສິນຄ້າຫຼາກຫຼາຍຢ່າງ ໂດຍ ງານພີເຊັນເຕີຫຼ້າສຸດຂອງວົງນີ້ຄືລົດ SUV ຈາກຍີ່ຫໍ້ຊື່ດັງຂອງ ສ ເກົາຫຼີ Hyundai ທີ່ເຮັດໃຫ້ ຍອດຂາຍຕັ້ງແຕ່ມື້ເປີດໂຕຈົນເຖິງ ຕອນນີ້ຂາຍດີຈົນລູກຄ້າຕ້ອງລໍຖ້າ ການຜະລິດດົນເຖິງ 10 ເດືອນ.

  ຈາກການລາຍງານລະບຸວ່າມີການສັ່ງຊື້ລົດໂຟວິນ SUV ລຸ້ນ Palisade ຂອງຍີ່ຫໍ້ Hyundaiຫຼາຍກວ່າ 59 ພັນຄັນຈາກລູກຄ້າ ພາຍໃນປະເທດສ ເກົາຫຼີ ໂດຍຄຳສັ່ງຊື້ນີ້ເກີດຂຶ້ນຕັ້ງແຕ່ການເປີດໂຕມື້ທຳອິດໃນວັນທີ 18 ທັນວາຂອງ  ປີ 2018 ຈົນເຖິງປະຈຸບັນ ຊຶ່ງມີ ຈຳນວນຜູ້ສັ່ງຊື້ຫຼາຍກວ່າທີ່ຄາດ ຄະເນໄວ້ກ່ອນເປີດໂຕ 2 ເທົ່າ ໂດຍກ່ອນເປີດໂຕທີ່ມີຄາດຄະເນວ່າຈະຂາຍລົດລຸ້ນນີ້ໄດ້ພຽງ 25 ພັນຄັນເທົ່ານັ້ນການຕອບຮັບຂອງຕະຫຼາດ ທີ່ມີຫຼາຍເກີນຄວາມຄາດຄະເນໄວ້ນີ້ມີຜົນເຮັດໃຫ້ລູກຄ້າທີ່ສັ່ງຊື້ລົດລຸ້ນ Palisade ຕ້ອງລໍຖ້າການ ຜະລິດດົນເຖິງ 10 ເດືອນ, ໃນລະ ຫວ່າງນີ້ວົງ BTS ຍັງໂປໂມດລົດ ລຸ້ນນີ້ຢ່າງຕໍ່ເນື່ອງທັງເປັນພີເຊັນເຕີ ຜ່ານຮູບພາບ ແລະ ຫຼ້າສຸດຍັງໃຊ້ລົດ ລຸ້ນນີ້ເດີນທາງໄປຮ່ວມງານ 2019 Grammy Awards ທີ່ປະເທດອາເມລິກາອີກດ້ວຍ ດ້ວຍຄວາມມີຊື່ ສຽງ ແລະກິດຈະກຳການໂປໂມດ ແບບຕໍ່ເນື່ອງຂອງວົງຈະສົ່ງຜົນ ໃຫ້ “Palidad” ໄດ້ຮັບຄວາມສົນໃຈຈາກກຸ່ມລູກຄ້າໃນລະດັບໂລກ ຢ່າງແນ່ນອນ.