ຄາຣາວານທ່ອງທ່ຽວຈອມພູເບ້ຍຄຶກຄັກຫຼາຍພາກສ່ວນຂື້ນພິຊິດ

 ວັນທີ 25 ພະຈິກ 2020 ຄະນະນຳຈາກແຂວງຊຽງຂວາງ ແລະນະຄອນຫຼວງວຽງຈັນໄດ້ຂຶ້ນທ່ອງທ່ຽວພິຊິດຈອມພູເບ້ຍ ເມືອງອານຸວົງ ແຂວງໄຊສົມບູນ ໂດຍແຂວງຊຽງຂວາງນຳພາຂະບວນຂອງ ທ່ານ ບຸນຈັນ ສີວົງພັນ ເລຂາພັກແຂວງຊຽງຂວາງສ່ວນນະຄອນຫຼວງວຽງຈັນນຳພາໂດຍ ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອງຫຼວງວຽງຈັນພ້ອມນີ້ກໍມີທ່ານ ຄຳໄພ ສົມຊະນະ ປະທານບໍລິສັດກຸ່ມຄຳໄພຊະນະ ຈຳກັດຜູ້ດຽວ ແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

 ຂະບວນຄາຣາວານທ່ອງທ່ຽວພິຊິດຈອມພູເບ້ຍແມ່ນເລີ່ມແຕ່ວັນທີ 20 ພະຈິກ ແລະຈະດຳເນີນໄປຈົນເຖິງວັນທີ 13 ທັນວາ 2020 ຈຶ່ງຈະສຳເລັດຊຶ່ງປະກອບມີຫຼາຍຂະບວນ,ຄາຣາວານການນຳແຂວງໄຊສົມບູນ; ຂະບວນຄາຣາວານຂອງບັນດາແຂວງ, ອົງການຈັດຕັ້ງຕ່າງໆ ແລະຂະບວນສຳຄັນຂອງການນຳຂັ້ນສູງ.

   ທ່ານ ບຸນຈັນ ສີວົງພັນ ແລະທ່ານ ອາດສະພັງທອງ ສີພັນດອນ ໄດ້ຕາງໜ້າຄະນະຊຶ່ງຕ່າງກໍສະແດງຄວາມຍິນດີ ແລະປະຕິຊົມຊື່ນທີ່ພູເບ້ຍມີຄວາມສວຍງາມ ແລະອຸດົມສົມບູນທີ່ສຸດທາງທຳມະຊາດທີ່ຫາໄດ້ຍາກໃນລາວກໍຄືໃນໂລກໂດຍສະເພາະແມ່ນຜືນປ່າໄມ້ຂົນ, ຫີນສີລາໜໍ່ແຮດ, ສວນດອກກຸຫຼາບລ້ານປີ ແລະ ຈຸດຊົມວິວສູງສຸດຂອງປະເທດລາວບວກກັບອາກາດທີ່ບໍລິສຸດສົດຊື່ນ.

ທັງນີ້ຍັງສະແດງຄວາມເຊື່ອໝັ້ນບໍລິສັດກຸ່ມຄຳໄພຊະນະທີ່ຈະເຂົ້າພັດທະນາພູເບ້ຍໃຫ້ກາຍເປັນແຫຼ່ງທ່ອງທ່ຽວລະດັບຊາດ ແລະສາກົນຂະນະທີ່ປະຈຸບັນມີຫຼາຍໂຄງການໃຫຍ່ທີ່ບໍລິສັດກໍກຳລັງ ແລະຈັດຕັ້ງຫຼາຍໂຄງການຢູ່ແຂວງຊຽງຂວາງ ແລະນະຄອນຫຼວງວຽງຈັນ.

  ດ້ານທ່ານ ຄຳໄພ ສົມຊະນະ ກ່າວວ່າ: ຂອບໃຈທີ່ 2 ແຂວງໃຫ້ຄວາມສຳຄັນ ແລະຂຶ້ນທ່ອງທ່ຽວພິຊິດຈອມພູເບ້ຍໃນເມື່ອບໍລິສັດຮັບຄວາມໄວ້ວາງໃຈພັກແລະລັດກໍຈະສຸມທຸກຄວາມສາມາດເຫື່ອແຮງ ແລະ ທຶນຮອນເພື່ອເນລະມິດໃຫ້ພູເບ້ຍທີ່ສວຍງາມເໜືອເທບນິຍາມນີ້ໃຫ້ເປັນສະຖານທີ່ທ່ອງທ່ອງທີ່ຍິ່ງໃຫຍ່ອາລັງການໄວ້ຕ້ອນຮັບບັນດານັກທ່ອງທ່ຽວພາຍໃນລາວກໍຄືທຸກມູມໂລກໃນອະນາຄົດ.

 ໂຄງການ KPG ສະຫວັນທະເລໝອກພູເບ້ຍແມ່ນຕັ້ງຢູ່ເມືອງອານຸວົງຫ່າງຈາກເທສະບານແຂວງໄຊສົມບູນປະມານ 40 ກິໂລແມັດ ຊຶ່ງເປັນພູທີ່ຕັ້ງຢູ່ສູງເດັ່ນສະຫງ່າເພາະເປັນພູທີ່ສູງທີ່ສຸດຢູ່ໃນປະເທດລາວ 2.820 ແມັດ.

  ໂຄງການຈະມີການລົງທຶນທັງໝົດ 500 ລ້ານໂດລາ ໂດຍກຳນົດເວລາໃນການບໍລິຫານໂຄງການ 99 ປີ ຊຶ່ງນອກຈາກຈະປົກປັກຮັກສາສີ່ງທີ່ມີຢູ່ແລ້ວໃຫ້ຫຼາກຫຼາຍກິດຈະກຳຮ່ວມກັບປະຊາຊົນໃນທ້ອງຖິ່ນໄວ້ຕ້ອນຮັບບັນດານັກທ່ອງທ່ຽວແລ້ວບໍລິສັດຍັງຈະເນລະມິດໃຫ້ມີອາລິຍະທຳປະຈຳຊາດຂອງບັນດາເຜົ່າ,ຂີ່ກະຕ່າລອຍຟ້າ,ເຮືອນຊົງລາວ, ສຳຜັດວິຖີຊີວິດແບບລາວເດີມ ແລະອື່ນໆອີກຫຼາກຫຼາຍ.