ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນຜູ້ທີ່ກຳລັງປິ່ນປົວມີອາການເບົາບາງ

 ກະຊວງສາທາລະນະສຸກລາຍງານໃຫ້ຮູ້ວ່າ: ມາຮອດວັນທີ 26 ພະຈິກ 2020 ສປປ ລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່, ຍັງມີພຽງແຕ່ 39 ກໍລະນີຄືເກົ່າ,ເຊິ່ງປະຈຸບັນຄົນເຈັບຕິດເຊື້ອພະຍາດໂຄວິດ-19 ນໍ້າເບີ 25 ຫາ ນໍ້າເບີ 39 ແມ່ນສືບຕໍ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບ ແລະທຸກຄົນແມ່ນມີອາການເບົາບາງ.

 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກກ່າວໃນພິທີຖະແຫລງຂ່າວໃນວັນທີ 27 ພະຈິກ 2020 ນີ້ວ່າ: ໃນວັນທີ 26 ພະຈິກ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 531 ຄົນ, ໃນນັ້ນມີ 2 ຕົວຢ່າງຈາກບຸກຄົນທົ່ວໄປມີອາການ, 239 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ, 72 ຕົວຢ່າງແຮງງານລາວມາແຕ່ໄທ, 194 ຕົວຢ່າງແຮງງານຈີນ, 13 ຕົວຢ່າງແຮງງານຫວຽດນາມ ແລະ 11 ຕົວຢ່າງຈາກແຮງງານລາວມາແຕ່ຈີນ ເຊິ່ງຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ. ສັງລວມການກວດວິເຄາະແຕ່ເດືອນມັງກອນຮອດ ວັນທີ 26 ພະຈິກ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 77.747 ຕົວຢ່າງ ແລະກວດພົບເຊື້ອສະສົມພຽງ 39 ຄົນ.

  ມາຮອດ 5 ໂມງແລງ ຂອງວັນທີ 26 ພະຈິກ 2020, ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ໃນທົ່ວປະເທດໂດຍມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງ ໝົດ 2.493 ຄົນ, ໃນນັ້ນຈຸດຜ່ານດ່ານລາວ-ໄທ 1.511 ຄົນ (ແຮງງານລາວກັບມາແຕ່ໄທ 60 ຄົນ), ຈຸດຜ່ານດ່ານ ລາວ-ຈີນ 52 ຄົນ, ຈຸດຜ່ານດ່ານ ລາວ-ຫວຽດນາມ 917 ຄົນ ແລະ ຈຸດຜ່ານດ່ານ ລາວ- ມຽນມາ 13 ຄົນ. ທຸກຄົນທີ່ເດີນທາງເຂົ້າມາ ແມ່ນໄດ້ແທກອຸນຫະພູມຮ່າງກາຍ ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນຜູ້ຂັບລົດຂົນສົ່ງ ແລະຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ. ປັດຈຸບັນ, ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ທັງໝົດ 35 ສູນ ໂດຍມີຜູ້ຖືກຈຳກັດບໍລິເວນຢູ່ສູນທັງໝົດ 2.690 ຄົນ, ເຊິ່ງໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະບໍ່ພົບຜູ້ຕິດເຊື້ອ.

   ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວຢໍ້າວ່າ: ເພື່ອປ້ອງກັນ ແລະຫລຸດຜ່ອນຄວາມສ່ຽງໃນການເກີດພະຍາດ ແລະ ສະກັດກັ້ນການແຜ່ເຊື້ອດັ່ງກ່າວໄປສູ່ຕົນ ເອງ, ຄອບຄົວ, ຄົນອ້ອມຂ້າງ ແລະສັງຄົມ, ການປະຕິບັດມາດຕະການປ້ອງກັນການຕິດເຊື້ອຈຶ່ງມີຄວາມໝາຍຄວາມສຳຄັນທີ່ສຸດ ແລະໃຫ້ຖືວ່າເປັນພາລະໜ້າທີ່ຂອງໝົດທຸກພາກສ່ວນໃນສັງຄົມຕ້ອງໄດ້ຮ່ວມໃຈຮ່ວມໃຈກັນປະຕິບັດຢ່າງເຄັ່ງຄັດດ້ວຍຄວາມຮັບຜິດຊອບສູງ.

--------------

ຂ່າວ-ພາບ: ສິງຄຳ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ