ເປີດໃຊ້ດອກໄຟເຍືອງທາງ 7 ເສັ້ນ ແລະລະບົບນໍ້າພຸປະຕູໄຊ

ພິທີເປີດການນໍາໃຊ້ລະບົບແສງໄຟເຍືອງໃນ 7 ເສັ້ນທາງ ແລະລະບົບນໍ້າພຸປະຕູໄຊໃນໂຄງການແສງສະຫວ່າງໃນເຂດເທດສະບານໃຈກາງຕົວເມືອງນະຄອນຫຼວງວຽງຈັນດ້ວຍການຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ໄດ້ຈັດຂຶ້ນວັນທີ 27 ພະຈິກ 2020 ທີ່ສວນ ປະຕູໄຊນະຄອນຫຼວງວຽງຈັນ (ນວ) ຫ້ກຽດເຂົ້າຮ່ວມໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກົມການເມືອງສູນກາງພັກທີ່ປຶກສາຄະນະບໍລິຫານງານສູນກາງພັກ.

ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ທ່ານ ຈຽງຈ້າຍຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາລາວ ພ້ອມດ້ວຍບັນດາລັດຖະມົນຕີ ຮອງເຈົ້າຄອງເຈົ້າເມືອງຫ້ອງການພະແນກ ແລະຄະນະຮັບຜິດຊອບໂຄງການທັງສອງຝ່າຍ.

  ໂຄງການດັ່ງກ່າວໄດ້ເລີ່ມລົງມືປະຕິບັດມາຕັ້ງແຕ່ວັນທີ 12 ກັນຍາ 2020 ຈົນມາຮອດວັນທີ 27 ພະຈິກ 2020 ຈຶ່ງໄດ້ສໍາເລັດໂດຍພື້ນຖານດ້ານການກໍ່ສ້າງ-ຕິດຕັ້ງ ແລະສາມາດເປີດນໍາໃຊ້ໄດ້ຢ່າງເປັນທາງການທັນຕາມກໍານົດເວລາທີ່ສອງພັກສອງລັດໄດ້ກໍານົດໄວ້ເພື່ອເປັນຂອງຂວັນຂໍ່ານັບຊົມເຊີຍວັນຊາດທີ 2 ທັນວາ ຄົບຮອບ 45 ປີ ສ່ວນວຽກຈໍານວນໜຶ່ງທີ່ຍັງຈະຕ້ອງໄດ້ສືບຕໍ່ປະຕິບັດພາຍຫຼັງການເປີດນໍາໃຊ້ປະກອບມີຄື: ການຟື້ນຟູທາງຍ່າງການຕິດຕັ້ງລະບົບກ້ອງວົງຈອນປິດ ແລະຫ້ອງຄວບຄຸມລວມທັງລະບົບສັນຍານສົ່ງຂໍ້ມູນປັບປຸງເສົາໄຟເຍືອງທາງບາງຈຸດຄືນໃໝ່ຕາມການສະເໜີຂອງພາກສ່ວນທີ່ກ່ຽວຂ້ອງຊຶ່ງຈະໃຫ້ສໍາເລັດພາຍໃນວັນທີ 25ກຸມພາ 2021  ແລະຄາດຄະເນການມອບ-ຮັບໂຄງການໃນວັນທີ 25 ມີນາ 2021.