ສກຈຮ ຈໍາປາສັກຝຶກອົບຮົມຂຽນແຜນທຸລະກິດແກ່ລູກຄ້າ

  ເພື່ອເຮັດໃຫ້ລູກຄ້າທີ່ກູ້ຢຶມເງິນໄປປະກອບທຸລະກິດໃຫ້ໄດ້ຮັບຜົນດີສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກຈໍາປາສັກ ຈໍາກັດ (ສກຈຮ) ຈຶ່ງໄດ້ເປີດໂຄງການຝຶກອົບ ຮົມການຂຽນແຜນທຸລະກິດຈາກຜູ້ທີ່ມີປະສົບການສູງໃຫ້ກັບລູກຄ້າເພື່ອນໍາຄວາມຮູ້ດັ່ງກ່າວໄປນໍາໃຊ້ເຂົ້າໃນການເຮັດທຸລະກິດໃຫ້ມີປະສິດທິຜົນສູງ ແລະ ຮັບປະກັນຄວາມສ່ຽງໃນການເປັນໜີ້.

  ພິທີດັ່ງກ່າວໄດ້ມີຂຶ້ນໃນວັນທີ 28 ພະຈິກ 2020 ຜ່ານມານີ້ທີ່ໂຮງແຮມເອລະວັນນະຄອນປາກເຊ ແຂວງຈໍາປາສັກ, ໂດຍການເປັນປະທານຮ່ວມຂອງ ທ່ານ ຈັນລະກາ ທັນພິລົມ ຜູ້ຊ່ວຍອໍານວຍການຝ່າຍບໍລິຫານສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກຈໍາປາສັກຈໍາກັດ,ທ່ານນາງ ເກສອນ ມະນີວົງ ທີ່ປຶກສາກິດຕິມະສັກສະມາ ຄົມການເງິນຈຸລະພາກ, ທ່ານນາງ ປະມວນ ເພັດທານີ ຜູ້ອໍານວຍການສະມາຄົມການເງິນຈຸລະພາກ ແລະ ບັນດາພະນັກງານ, ວິຊາການຈາກສະຖາບັ ລະ ບັນດາລູກຄ້າເຂົ້າຮ່ວມ.

 ໃນພິທີດັ່ງກ່າວທ່ານ ຈັນລະກາ ທັນພິລົມ ໄດ້ກ່າວວ່າ: ການຝຶກອົບຮົມການຂຽນແຜນທຸລະກິດໃຫ້ກັບລູກຄ້າໃນຄັ້ງນີ້ແມ່ນມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງ, ສ້າງຄວາມຮູ້ໃຫ້ກັບບັນດາລູກຄ້າທີ່ເປັນລູກຄ້າຊັ້ນດີຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກຈໍາປາສັກຂອງພວກເຮົາ, ຊຶ່ງຜ່ານມາພວກເຮົາໄດ້ມີການຈັດຝຶກອົບຮົມກ່ຽວກັບການຂຽນແຜນທຸລະກິດໃຫ້ກັບລູກຄ້າທຸກໆປີ,ເມື່ອຫຼ້າສຸດໃນທ້າຍເດືອນທີ່ຜ່ານມາພວກເຮົາກໍ່ໄດ້ຈັດຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບການເງິນໃຫ້ກັບລູກຄ້າທີ່ແຂວງເຊກອງ ແລະ ກໍ່ໄດ້ຮັບການຕອບສະໜອງເປັນຢ່າງດີຈາກລູກຄ້າຊຶ່ງໃນການຝຶກອົບຮົມຄັ້ງນີ້ແມ່ນໄດ້ຮັບການຮ່ວມມືຈາກສະມາຄົມສະຖາບັນການເງິນຈຸລະ ພາກເພື່ອສ້າງຫຼັກສູດທີ່ດີມີຄຸນນະພາບສ້າງຄວາມຮູ້ຄວາມເຂັ້ມແຂງໃຫ້ກັບລູກຄ້າເພື່ອຖ່າຍທອດຄວາມຮູ້ດັ່ງກ່າວໃຫ້ລູກຄ້ານໍາໄປປະກອບທຸລະກິດໃຫ້ເກີດຜົນປະ ໂຫຍດສູງສຸດ.

  ປະຈຸບັນສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກຈໍາປາສັກຈໍາກັດ (ສກຈຮ) ຖືໄດ້ວ່າເປັນສະຖາບັນການເງິນທີ່ນໍາໜ້າໃນ ສປປ ລາວ, ເປັນສະຖາບັນທີ່ມີການບໍລິ ຫານຈັດການທີ່ມີຄຸນນະພາບ, ຮັບປະກັນຜົນປະໂຫຍດຂອງລູກຄ້າ, ຄວາມໂປ່ງໃສວ່ອງໄວ, ຊຶ່ງໄດ້ມີການຂະຫຍາຍການບໍລິການຢ່າງທົ່ວເຖີງໃນບັນດາ 4 ແຂວງພາກໃຕ້ ແລະໃນແຕ່ລະປີຜົນການດໍາເນີນທຸລະກິດແມ່ນມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະສ້າງຜົນກໍາໄລຢ່າງໜ້າເພີ່ງພໍໃຈ.