ສ້າງເຂື່ອນນໍ້າກົງ 3 ສົ່ງໄຟຂາຍຫວຽດນາມສຳເລັດ 87,3%

  ການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 3 າຮອດປະຈຸບັນໜ້າວຽກທັງໝົດສໍາເລັດແລ້ວ 87,3% ພາຍຫຼັງທີ່ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ2017, ຄາດວ່າຈະໃຫ້ສໍາເລັດແລະເລີ່ມຜະລິດໄຟຈໍາໜ່າຍຢ່າງເປັນທາງການພາຍໃນກາງປີໜ້າຊຶ່ງພະລັງງານທີ່ຜະລິດໄດ້ທັງໝົດຈະສົ່ງອອກໄປຂາຍທີ່ຫວຽດນາມ.

  ທ່ານ ທອງໃສ ທໍາມະວົງຜູ້ຈັດການໃຫຍ່ໂຄງການເຂື່ອນໄຟຟ້ານໍ້າກົງ 3 ໃຫ້ສໍາພາດໃນໂອກາດທີ່ ທ່ານ ສີນາວາ ສຸພານຸວົງ, ຮອງລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ພ້ອມດ້ວຍຄະນະວິຊາການຈາກກົມຄຸ້ມຄອງພະລັງງານເຄື່ອນໄຫວຕິດຕາມກວດກາໂຄງການດັ່ງກ່າວໃນວັນທີ 26 ພະຈິກ 2020 ນີ້ວ່າ: ການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 3 ມີຄວາມຄືບໜ້າຢ່າງຕໍ່ເນື່ອງເຖິງວ່າປະສົບບັນຫາຈາກການລະບາດຂອງພະຍາດໂຄວິດ-19 ໄລຍະໜຶ່ງເຮັດໃຫ້ບໍ່ສາມາດນໍາເຂົ້າຊ່ຽວຊານ ແລະ ແຮງ ງານຈາກຕ່າງປະເທດແຕ່ການກໍ່ສ້າງໂດຍລວມເຫັນວ່າມຄວາມຄືບໜ້າຢ່າງຕໍ່ເນື່ອງ.

  ໃນນີ້ການກໍ່ສ້າງເກົ້າຖານເຂື່ອນແບບຫຍິບຮອຍແຫງສໍາເລັດ 100%, ຄງ້າງອຸໂມງ ແລະປະຕູປ່ອຍນໍ້າເຂົ້າເຮືອນຈັກສໍາເລັດ 100%, ອາຄານເຮືອນຈັກສໍາເລັດ 91%, ວຽກກັງຫັນເຄື່ອງຈັກປັ່ນໄຟ E&M ສໍາເລັດ 90,6%, ຕົວເຂື່ອນສໍາເລັດ 86%, ຝາຍນໍ້າລົ້ນ 63% ແລະອື່ນໆ ຊຶ່ງສາມາດຕີລາຄາການກໍ່ສ້າງໂດຍລວມແມ່ນສໍາເລັດແລ້ວ 87,3% ແລະຈະເລີ່ມກັກເກັບນໍ້າເຂົ້າອ່າງພາຍໃນຕົ້ນເດືອນທັນວາປີ 2020 ໃນບໍລິມາດນໍ້າລວມເຕັມອ່າງເກັບແມ່ນ 471 ລ້ານແມັດກ້ອນ.

  ທ່ານ ທອງໃສ ທໍາມະວົງ ໃຫ້ຮູ້ອີກວ່າ: ເຂື່ອນໄຟຟ້ານໍ້າກົງ 3 ມີເຄື່ອງຈັກທັງໝົດ 3 ໜ່ວຍ, ມີກໍາລັງຕິດຕັ້ງລວມກັນທັງໝົດ 54 ເມກາວັດຄາດວ່າຈະໄດ້ທົດລອງແລ່ນຈັກຜະລິດໄຟຟ້າເຄື່ອງຈັກທີ 1 ພາຍໃນເດືອນມີນາ,ທົດລອງແລ່ນຈັກຜະລິດໄຟຟ້າເຄື່ອງຈັກທີພາຍໃນເດືອນເມສາແລະທົດລອງແລ່ນຈັກຜະລິດໄຟຟ້າເຄື່ອງ ຈັກທີ 3 ພາຍໃນ ເດືອນພຶດສະພາ, ຈາກນັ້ນຄາດວ່າໃນເດືອນມິຖຸນາຫຼືເດືອນກໍລະກົດປີ 2021 ຈະເລີ່ມຜະລິດໄຟຟ້າເພື່ອສົ່ງອອກຈໍາໜ່າຍໃຫ້ຫວຽດນາມຢ່າງເປັນທາງການ.

  ໃນໂອກາດເຄື່ອນໄຫວຕິດຕາມກວດກາໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 3 ຄັ້ງນີ້ທ່ານ ສີນາວາ ສຸພານຸວົງ ໄດ້ເນັ້ນໜັກໃຫ້ໂຄງການດັ່ງກ່າວເອົາໃຈໃສ່ປະຕິບັດຕາມຂັ້ນຕອນ, ລະບຽບກັກເກັບນໍ້າເຂົ້າອ່າງແລະແຜນການຮັບມືໃນກໍລະນີສຸກເສີນຢ່າງເຂັ້ມງວດ,ຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະສັງຄົມ, ການກັກນໍ້າຕ້ອງໄດ້ມີການທົບທວນ ແລະຝຶກຊ້ອມແຜນສໍາລັບຮັບມືສຸກເສີນຂອງຕົນຢ່າງເປັນປົກກະຕິ, ມີການປະສານງານກັບອົງການປົກຄອງທ້ອງຖິ່ນຢ່າງຕໍ່ເນື່ອງ ແລະຮັບປະກັນມີເຄື່ອງຮັບໃຊ້ທີ່ຈໍາເປັນໃຫ້ພຽງພໍ.

  ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 3 ຕັ້ງຢູ່ສາຍນໍ້າກົງເຂດບ້ານວັງແຄນ, ເມືອງພູວົງ, ແຂວງອັດຕະປື, ໂຕເຂື່ອນເປັນເບຕົງບົດອັດ RCC, ມີຄວາມສູງ 65 ແມັດ, ສັນເຂື່ອນມີຄວາມຍາວ 494 ແມັດ, ມູນຄ່າໃນການກໍ່ສ້າງທັງໝົດ 140 ລ້ານໂດລາ ໂດຍແມ່ນບໍລິສັດຈະເລີນເຊກອງພະລັງງານຈໍາກັດເປັນຜູ້ພັດທະນາໂຄງການດັ່ງກ່າວ ແລະໄດ້ຈ້າງຊ່ຽວຊານແລະວິຊາການຈາກບໍລິສັດ Poyry າເປັນທີ່ປຶກສາໃນການກໍ່ສ້າງ.

---------------

ຂ່າວ: ມົດແດງນ້ອຍ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ