ເຢຍລະມັນ ຊ່ວຍລ້າໂຄງການກໍ່ສ້າງຂົງເຊສະໜູ ເມືອງເຊໂປນ

  ພິທີເຊັນສັນຍາໂຄງການກໍ່ສ້າງຂົວເຊສະໝູ, ເມືອງເຊໂປນ, ແຂວງສະຫວັນນະເຂດ ລວມຍາວ 120 ແມັດ ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າ 100% ຈາກປະເທດເຢຍ ລະມັນໂດຍຜ່ານທະນາຄານເພື່ອການພັດທະນາ KFW ໄດ້ຈັດຂຶ້ນໃນວັນທີ 26 ພະຈິກ 2020 ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ມີທ່ານ ໄຊຍະເສນ ແກ້ວວິໄລສັກ ຫົວໜ້າພະແນກ ຍທຂ ແຂວງ, ທ່ານວາລິຍະ ສີຈັນທອງທິບ ຫົວໜ້າພະແນກແນກການ-ການລົງທຶນແຂວງພ້ອມດ້ວຍພະແນກການອຳນາດການປົກຄອງເມືອງເຊໂປນແຂກຖືກເຊີນຊ່ຽວຊານໂຄງ ການ, ຫົວໜ້າໂຄງການພ້ອມດ້ວຍບໍລິສັດຜູ້ຮັບເໝົາກໍ່ສ້າງແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ໂອກາດນີ້, ທ່ານ ເສີມຄໍາ ຈັນທະວົງ ຫົວໜ້າໂຄງການພັດທະນາຊົນນະບົດໄດ້ລາຍງານໃຫ້ຮູ້ວ່າ: ການຊ່ວຍເຫຼືອຂອງລັດຖະບານເຢຍລະມັນໂດຍຜ່ານທະນາຄານພັດທະນາ KfW ໄດ້ເລີ່ມມາແຕ່ປີ 1994 ເປັນຕົ້ນມາມາຮອດຕົ້ນປີ 2017 ໂຄງການໄດ້ປ່ຽນຊື່ຈາກໂຄງການກໍ່ສ້າງພື້ນຖານໂຄງລ່າງທາງຊົນນະບົດ (RIP) ມາ ເປັນໂຄງການພັດທະນາຊົນນະບົດ (RPD), ຊຶ່ງໄດ້ເລີ່ມຈາກແຂວງສະຫວັນນະເຂດ (RDP1) ແລະ (RDP2) ຢູ່ແຂວງຄໍາມ່ວນໂດຍລັດຖະບານເຢຍລະມັນໃຫ້ງົບພິເສດແມ່ນໂຄງການຟື້ນຟູໂຄງລ່າງພື້ນຖານພາກໃຕ້ຂອງລາວ (RISL), ໃນທ້າຍປີ 2017, ລັດຖະບານເຢຍລະມັນໄດ້ຕົກລົງຊ່ວຍເຫຼືອວຽກກໍ່ສ້າງພື້ນຖານໂຄງລ່າງທາງຊົນນະບົດໄລຍະ 1 (RDP1,) ຢູ່ 2 ເມືອງທຸກຍາກຂອງແຂວງສະຫວັນນະເຂດຄື: ເມືອງເຊໂປນ ແລະເມືອງນອງມີລວງຍາວທາງທັງໝົດ 57,7 ກິ ໂລແມັດ, ນອກຈາກກໍ່ສ້າງທາງຊົນນະບົດແລ້ວ, ທາງໂຄງການຍັງໄດ້ສ້ອມແປງໂຮງຮຽນປະຖົມໃຫ້ອີກຈໍານວນ 5  ແຫ່ງ, ໂຄງການພັດທະນາທາງຊົນນະບົດໄລຍະ 1 ນີ້, ມີງົບປະມານທັງໝົດຂອງໂຄງການແມ່ນ 6.264.000 ເອີໂຣໃນນັ້ນລັດຖະບານລາວປະກອບສ່ວນທຶນສົມທົບ 664.000 ເອີໂຣໂດຍສະເລ່ຍແລ້ວລັດຖະບານເຢຍ ລະມັນ 85% ແລະລັດຖະບານລາວ 15% (ແຂວງສະຫວັນນະເຂດ 5% ແລະງົບປະມານປົກກະຕິຂອງສູນກາງກະຊວງ ຍທຂ 10%), ມາໃນທ້າຍປີ 2018 ລັດຖະບານເຢຍລະມັນໄດ້ຕົກລົງຊ່ວຍເຫຼືອ ສປປ ລາວ ຈໍານວນ 10,4 ລ້ານເອີໂຣ ເພື່ອຟື້ນຟູໂຄງລ່າງພື້ນຖານພາກໃຕ້ຂອງລາວ RISL, ຍ້ອນງົບປະມານຂອງໂຄງ ການພັດທະນາຊົນນະບົດມີຈໍາກັດບໍ່ສາມາດກໍ່ສ້າງຂົວເຊສະໝູລວງຍາວ 120 ແມັດ ນີ້ໄດ້, ທາງການນໍາຂອງເມືອງເຊໂປນ ແລະ ນໍາຂອງແຂວງສະຫວັນນະເຂດຈຶ່ງຮຽນສະເໜີຫາກະຊວງແຜນ ແລະ ການລົງທຶນເພື່ອຂໍງົບປະມານຈາກຟື້ນຟູໂຄງລ່າງພື້ນຖານພາກໃຕ້ຂອງລາວ RISL ມາກໍ່ສ້າງຂົວເຊສະໝູ, ຢູ່ເມືອງເຊໂປນ ຈົນມາຮອດທ້າຍປີ2019, ທະນາຄານເພື່ອການພັດທະນາ KfW ໄດ້ຕົກລົງເຫັນດີອະນຸມັດງົບປະມານ 10 ຕື້ກີບ ເພື່ອມາກໍ່ສ້າງຂົວເຊສະໝູເພື່ອເຮັດໃຫ້ການຈາລະ ຈອນສາມາດເຊື່ອມຕໍ່ຫາຈຸດສຸມລະໂກໄດ້, ດັ່ງນັ້ນມາຮອດວັນທີ 26 ພະຈິກນີ້, ຈຶ່ງໄດ້ມີການເຊັນສັນຍາລະຫວ່າງໂຄງການພັດທະນາຊົນນະບົດ ແລະບໍລິສັດວັນນະວົງກໍ່ສ້າງຂົວທາງຮ່ວມກັບບໍລິສັດວີແອວພີພັດທະນາກໍ່ສ້າງເພື່ອກໍ່ສ້າງຂົວເຊສະໝູຊຶ່ງມີມູນຄ່າກໍ່ສ້າງ 6,93 ຕື້ກວ່າກີບ, ໄລຍະການກໍ່ສ້າງແມ່ນ 18 ເດືອນ.

  ຈາກນັ້ນ, ໃນພິທີກໍ່ໄດ້ມີການເຊັນສັນຍາໂຄງການກໍ່ສ້າງຂົວເຊສະໝູເມືອງເຊໂປນລະຫວ່າງພະແນກ ຍທຂ ແຂວງໂຄງການພັດທະນາຊົນນະບົດ ແລະບໍລິສັດຜູ້ຮັບເໝົາການກໍ່ສ້າງໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດພ້ອມດ້ວຍພາກສ່ວນຕ່າງໆທີ່ກ່ຽວຂ້ອງ ແລະບັນດາທ່ານແຂກທີ່ເຂົ້າຮ່ວມໃນພິທີຄັ້ງນີ້.

-----------------

ຂ່າວ: ສະຫວັນ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ