ຫລວງນໍ້າທາ ທຳລາຍສັດປ່າຫວງຫ້າມທີ່ຍືດໄດ້

  ວັນທີ 26 ພະຈິກຜ່ານມາກອງກວດກາປ່າໄມ້ພະແນກກະສິກຳ ແລະປ່າໄມ້ແຂວງຫຼວງນໍ້າທາໄດ້ຈູດທໍາລາຍສັດປ່າ,ສີ້ນສ່ວນສັດປ່າ, ຈັກສະຕິນ ແລະອາວຸດລ່າເນື້ອທີ່ຍຶດໄດ້ມາຈາກປະຊາຊົນຜູ້ກະທຳຜິດຕໍ່ລະບຽບກົດໝາຍຢູ່ທີ່ສະໜາມຂີ້ເຫຍື້ອເມືອງຫຼວງນໍ້າທາເຂົ້າຮ່ວມຂອງ ທ່ານ ສຸລິວັນ ພົມມະຈິດ ຮອງຫົວໜ້າຫ້ອງວ່າການແຂວງ,ທ່ານ ໂພທິສັກ ພາພວມແພງ ຮອງກອງກວດກາປ່າໄມ້ພະແນກກະສິກຳ ແລະປ່າໄມ້ແຂວງມີຫົວໜ້າ-ຮອງຫົວໜ້າຂະແໜງການທີ່ກ່ຽວຂ້ອງຂອງແຂວງເມືອງສອງກອງບັນຊາການພ້ອມດ້ວຍອົງການປົກຄອງບ້ານແລະວິຊາການພາຍໃນກອງກວດກາປ່າໄມ້ເຂົ້າຮ່ວມ.

ທ່ານ ໂພທິສັກ ພາພວມແພງ ລາຍງານໃຫ້ຮູ້ວ່າ: ເພື່ອຫັນເຂົ້າສູ່ລະບຽບການຂອງກົມປ່າໄມ້ວາງອອກໃຫ້ມີປະສິດທິພາບນັ້ນກອງກວດກາປ່າໄມ້ພະແນກກະສິກຳ ແລະປ່າໄມ້ແຂວງຫຼວງນໍ້າທາຈຶ່ງໄດ້ປະຕິບັດໜ້າທີ່ລົງຕິດຕາມກວດກາຕາມສິດໜ້າທີ່ ແລະສາມາດຈັບ ແລະຍຶດໄດ້ສັດປ່າ,ສີ້ນສ່ວນສັດນໍາຜູ້ທີ່ລະເມີດຕໍ່ລະບຽບຄື: ໂຕເຫງັນ 2 ໂຕ ຈຳນວນ 13 ກິໂລ, ນົກຂວາ ແລະນົກຫອນຈຳນວນ 16 ກິໂລ, ໝູປ່າ 1 ໂຕມີ 22 ກິໂລ, ສິ້ນສ່ວນສັດປ່າແຫ້ງ 49 ກິໂລ ລວມທັງໝົດ 102 ກິໂລ ສະເລ່ຍເປັນມູນຄ່າ 6 ລ້ານກວ່າກີບ ຈັກສະຕິນຕັດໄມ້ 35 ເຄື່ອງ, ອາວຸດລ່າເນື້ອ(ປຶນແກັບ) 19 ກະບອກ.

    ໂອກາດດຽວກັນທ່ານ ໂພທິສັກ ພາພວມແພງ ຍັງໄດ້ຮຽກຮ້ອງມາຍັງພະນັກງານ, ທະຫານຕຳຫຼວດຕະຫຼອດຮອດປະຊາຊົນບັນດາເຜົ່າຈົ່ງຊ່ວຍກັນເປັນເຈົ້າການສະກັດກັ້ນ ແລະຢຸດເຊົາການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້, ຢຸດການລ່າ, ການຊື້-ຂາຍສັດປ່າ ແລະສິ້ນສ່ວນສັດປ່າທີ່ຜິດຕໍ່ລະບຽບກົດໝາຍນຳເອົາລະບຽບກົດໝາຍໄປເຜີຍແຜ່ໃຫ້ລູກຫຼານ ແລະ ພີ່ນ້ອງທຸກຄົນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບກົດໝາຍຈົ່ງພ້ອມກັນຊ່ວຍເປັນເຈົ້າການໃນການຄຸ້ມຄອງປົກປັກຮັກສາ ແລະອະນຸລັກຊັບພະຍາກອນປ່າໄມ້, ສັດນໍ້າ ແລະສັດປ່າໃຫ້ຍືນຍົງຢູ່ຕະຫຼອດໄປ.

---------------

ຂ່າວກິ່ນນາລົມ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ