ຫົງສາ ສືບຕໍ່ຊຸກຍູ້ໂຄງການລົງທຶນພາຍໃນເມືອງ

  ສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 4 ສະໄໝທີ VIII ໃນຕອນເຊົ້າວັນທີ 24 ພະຈິກ 2020 ທີ່ສະໂມສອນເມືອງ, ພາຍຫຼັງໄດ້ດໍາເນີນມາ ເປັນເວລາ 1 ວັນເຄິ່ງ ໂດຍການເປັນປະທານຂອງທ່ານ ຄໍາຫຼ້າ ຜິວວັນນາ ເລຂາຄະນະບໍລິຫານງານພັກເມືອງເຈົ້າເມືອງໆຫົງສາ,ມີຄະນະປະຈໍາພັກເມືອງກໍາມະການພັກເມືອງ, ມີພະນັກງານຂອງແຂວງ, ເລຂາຄະນະພັກຮາກຖານ,ເລຂາໜ່ວຍພັກຫ້ອງການ,ກົມກອງໂຮງຮຽນເລຂາໜວ່ຍພັກບ້ານພາຍໃນເມືອງ,ພະນັກງານອາວຸໂສບໍານານາ ແລະແຂກຖືກເຊີນເຂົ້າຮວ່ມຢ່າງພ້ອມພຽງ.

 ກອງປະຊຸມຄັ້ງນີ້ຜູ້ເຂົ້າຮວ່ມຮັບຟັງການຜ່ານບັດສະຫຼຸບຕີລາຄາການການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 2, ຄັ້ງທີ 3,ສະໄໝທີ່ VIII ໄລຍະ 9 ເດືອນຜ່ານມາ ແລະ ທິດທາງແຜນການວຽກງານຈຸດສຸມ 3 ເດືອນທ້າຍປີ 2020 ໂດຍຫຍໍ້, ຍົກໃຫ້ເຫັນບັນດາໜ້າວຽກຫຼາຍດ້ານ, ກອງປະຊຸມໄດ້ເປັນເອກະພາບກັນຮັບຮອງເອົາທິດທາງແຜນການຈຸດສຸມ 3 ເດືອນທ້າຍປີ 2020 ແຜນການສືບຕໍ່ປະຕິບັດຄາດໝາຍແຜນດໍາເນີນງານປະຈໍາປີ 2020 ກອງປະ ຊຸມຄົບຄະນະບໍລິຫານງານພັກເມືອງໄດ້ຮັບຮອງເອົາ ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດມະ ຕິກອງປະຊຸມໃຫຍ່ຄັ້ງທີ່ x ຂອງສູນ ກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ່ VII ຂອງອົງຄະນະພັກແຂວງ ແລະມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຄັ້ງທີ VIII ໃຫ້ປະກົດຜົນເປັນຈິງສ້າງພັກໃຫ້ປອດໃສເຂັ້ມແຂງ, ໜັກແໜ້ນ, ເສດຖະ ກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງຕາມທິດການຜະລິດເປັນສິນຄ້າເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມຄວາມທຸກຍາກເທື່ອລະກ້າວສັງຄົມມີຄວາມສະຫົງບປອດໄພ ຊຶ່ງນໍາພາຄົ້ນຄວ້າເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍມະຕິ, ຄໍາສັ່ງ, ກົດໝາຍ, ລະບຽບການຕ່າງໆ, ເພີ່ມທະວີເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດໃຫ້ສະມາຊິກພັກ ໄດ້ຮັບຮູ້ ແລະເຂົ້າໃຈ, ຊີ້ນໍາໆພາ ວຽກງານປ້ອງກັນຊາດ, ປ້ອງກັນ ຄວາມສະຫົງບເຮັດໃຫ້ວຽກງານ ດັ່ງກ່າວເປັນຂອງທົ່ວປວງຊົນ, ສູ້ຊົນການຈັດເກັບລາຍຮັບວິຊາການ ແລະລາຍຮັບອື່ນໆທີ່ຍັງຄົງຄ້າງໃຫ້ສໍາເລັດຕາມແຜນການ,ສືບຕໍ່ຊີ້ນໍາໆພາຈັດຕັ້ງປະຕິບັດໂຄງການລົງທຶນຈໍານວນ 9 ໂຄງການໃນມູນຄ່າ 118,18 ຕື້ກີບ, ຊຸກຍູ້ໜ່ວຍງານບໍລິການທະນາຄານສາຂາຕ່າງໆພາຍເມືອງໃນການສະໜອງສິນເຊື່ອໃຫ້ແກ່ພາກສວ່ນທຸລະກິດ,ຕິດຕາມຊຸກຍູ້ການປູກພຶດຜັກໃຫ້ພຽງພໍພາຍໃນເມືອງ, ຄຸ້ມຄອງສິນຄ້າຕ່າງໆພາຍໃນເມືອງຕິດຕາມກວດກາການນໍາເຂົ້າ ແລະສົ່ງອອກໃນມູນຄ່າ 2,50 ຕື້ກີບ, ລົງກວດກາສໍາຫຼວດວັດແທກ-ສືບສວນສິດ ນໍາໃຊ້ດິນປຸກສ້າງທີ່ຢູ່ອາໄສໃຫ້ເປັນລະບົບຖາວອນ, ກວດກາມາດຖານເຕັກນິກຂອງໂຄງການກໍ່ສ້າງ ແລະທຸລະກິດ, ສໍາຫຼວດຜົນກະທົບຕ່າງໆເຊັ່ນ: ການກໍ່ສ້າງສະຖານີ ໄຟຟ້າແຮງສູງ 115 ກິໂລໂວນ, ໃຫ້ໄປຕາມແບບຜັງທີ່ໄດ້ກໍານົດໄວ້ໃຫ້ໄດ້ທັງປະລິມານແລະຄຸນນະພາບ, ຄຸ້ມຄອງການນໍາໃຊ້ວິທະຍຸສື່ສານໂຟນີ, ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍເດັກເກນອາຍຸໄດ້ເຂົ້າຮຽນ, ໄດ້ຮັບການສັກຢາຢອດຢາເອົາໃຈໃສ່ວຽກງານສື່ສານມວນຊົນລາຍງານສາຍຕັ້ງສາຍຂວາງໃຫ້ວອ່ງໄວ ແລະທັນເວລາ, ກະກຽມລົງທົດລອງການປະເມີນໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນປະຈໍາປີ 2020, ເພີ່ມທະວີເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງຜັນຂະຫຍາຍມະຕິ, ຄໍາສັ່ງ, ກົດລະ ບຽບຂອງພັກ ແລະກົດລະບຽບຕ່າງໆຂອງກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງເປັນແຕ່ລະໄລລະ, ຄຸ້ມຄອງພະນັກງານລັດຖະກອນ, ປັບປຸງອົງການຈັດຕັ້ງບ້ານ, ນໍາພາອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນໄດ້ເຄື່ອນໄຫວໄປຕາມສິດພາລະບົດບາດໜ້າທີ່ຂອງຕົນເພື່ອເປັນພາຄີໃຫ້ແກ່ອົງຄະນະພັກເມືອງຫົງສາໃນໂອກາດດັ່ງກ່າວທາງທີມງານຂັ້ນແຂວງໄດ້ມອບເງິນຊ່ວຍເຫຼືອເຂົ້າໃນກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 4 ສະໄໝທີ VIII ໃນຈໍານວນ 5 ລ້ານກີບ, ນອກນັ້ນຜູ້ເຂົ້າຮ່ວມກອງປະຊຸມໄດ້ຢ້ຽມຢາມເບິ່ງໂຄງການກໍ່ສ້າງເສັ້ນທາງຮ່ວມເປຕົງທີ່ປະຊາຊົນມີສ່ວນຢູ່ບ້ານວຽງແກ້ວ ເມືອງຫົງສາ ແຂວງໄຊຍະບູລີຕື່ມອີກ.

--------------

ຂ່າວ: ບຸນປອນ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ