ຫວຽດນາມໃຫ້ອີ-ວີຊາກັບພົນລະເມືອງ 35 ປະເທດ

35 ປະເທດ

  ລັດຖະບານ ສສ ຫວຽດນາມ ມີຄຳສັ່ງ ເມື່ອບໍ່ດົນມານີ້ກ່ຽວກັບເລື່ອງການໃຫ້ວີຊາອິ ເລັກໂຕນິກ(ອີ-ວີຊາ) ກັບປະຊາຊົນຈາກ 35 ປະເທດ ເພື່ອດຶງດູດນັກທ່ອງທ່ຽວ.

  ຕາມຂ່າວຊິນຮວາລາຍງານວ່າ ຄຳສັ່ງໃໝ່ ນີ້ມີເນື້ອໃນກ່ຽວກັບການແກ້ໄຂ ແລະເພີ່ມລາຍຊື່ພົນລະເມືອງຕ່າງປະເທດທີ່ມີສິດໄດ້ຮັບອີ-ວີ ຊາ ແລະການກຳນົດດ່ານຊາຍແດນທີ່ອະນຸຍາດ ໃຫ້ກວດຄົນເຂົ້າເມືອງໂດຍໃຊ້ອີ-ວີຊາ ລະບຸວ່າ ໃຫ້ພົນລະເມືອງຈາກ 35 ປະເທດປະກອບມີ: ໂອຕຼິດ, ແບນຊິກ, ບຣາຊິນ, ສປ ຈີນ, ໂຄເອ ເຊຍ, ເມັກຊິກ, ກາຕາ, ປາປົວນີວກິນີ ແລະສະວິດ ເປັນຕົ້ນມີສິດເຂົ້າຮ່ວມໂຄງການທີ່ມີໄລຍະເວ ລາດົນເຖິງ 2 ປີ ເລີ່ມຕັ້ງແຕ່ວັນທີ 1 ກຸມພາເປັນ ຕົ້ນໄປ, ຊຶ່ງດ່ານທີ່ຮອງຮັບອີ-ວີຊາປະກອບ ມີ: ດ່ານເຕີຍຈາງ (Tay Trang) ໃນແຂວງ ດຽນບຽນ, ດ່ານນາແມວ (Na Meo), ດ່ານລາໄລ (La Lay), ທ່ານເຮືອເດືອງດົງ (Duong Dong)ແຂວງກຽນຢາງ ແລະທ່າ ເຮືອ Chan May. ຊຶ່ງໃນປະຈຸບັນ ນີ້ມີດ່ານ ຊາຍແດນ 16 ແຫ່ງ ແລະທ່າເຮືອ 9 ແຫ່ງໃນ ຫວຽດນາມທີ່ອະນຸຍາດໃຫ້ຕ່າງປະເທດເຂົ້າປະເທດຜ່ານການໃຊ້ວີຊາອິເລັກໂຕນິກໄດ້.

  ສຳນັກງານການທ່ອງທ່ຽວແຫ່ງຊາດຫວຽດ ນາມເປີດເຜີຍວ່າ ຫວຽດນາມໄດ້ຕ້ອນຮັບນັກ ທ່ອງທ່ຽວຕ່າງປະເທດ 1,5 ລ້ານຄົນໃນເດືອນ ມັງກອນທີ່ຜ່ານມາ ເພີ່ມຂຶ້ນ 5% ເມື່ອທຽບກັບໄລຍະເວລາດຽວກັນຂອງປີທີ່ຜ່ານມາ. ໂດຍປີ 2018 ຫວຽດນາມຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 15,5 ລ້ານຄົນ.