ຣັດເຊຍທົດລອງລູກສອນໄຟຕໍ່ຕ້ານຂີປະນາວຸດລຸ້ນໃໝ່ສຳເລັດ

  ວັນທີ 26 ພະຈິກທີ່ຜ່ານມາກອງກຳລັງການບິນ ແລະອາວະກາດຣັດເຊຍປະກາດປະສົບຄວາມສຳເລັດອີກຄັ້ງໃນການທົດລອງລູກສອນໄຟໃໝ່ທີ່ມີລະບົບຕໍ່ຕ້ານຂີປະນາວຸດລຸ້ນໃໝ່ຫຼ້າສຸດໃນສະຖານທີ່ຍິງ ຊາຣີ-ຊາກັນ ຂອງຄາຊັກສະຖານ.

   ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ພົນໂທ ອັນເດ ເດ ມິນ ຜູ້ບັນຊາການກອງກຳລັງຕໍ່ຕ້ານອາການສະຍານ ແລະປ້ອງກັນຂີ່ປະນາວຸດສະເພາະກິດທີ່ 1 ກອງ ກຳລັງການບິນ ແລະອາວະກາດຣັດເຊຍລະບຸວ່າພາຍຫຼັງການທົດລອງຫຼາຍຄັ້ງລູກສອນໄຟທີ່ມີລະບົບຕໍ່ຕ້ານຂີ່ປະນາວຸດແບບໃໝ່ຢືນຢັນປະສິດທິພາບຂອງຕົວມັນເອງ ສ່ວນທີມຮົບເຮັດພາລະກິດສຳເລັດດ້ວຍການເຂົ້າຕີເປົ້າໝາຍແບບມີເງື່ອນໄຂດ້ວຍຄວາມແມ່ນຢໍາຕາມທີ່ກຳນົດ, ທັງນີ້ລະບົບຕໍ່ຕ້ານໃຊ້ກັບກອງກຳລັງການບິນ ແລະອາ ວະກາດໄດ້ຮັບການອອກແບບມາເພື່ອປ້ອງກັນການໂຈມຕີຈາກອາວຸດໂຈມຕີການບິນ ແລະອາວະກາດ.

  ກ່ອນໜ້ານີ້ກະຊວງປ້ອງກັນປະເທດຂອງຣັດເຊຍປະກາດຍິງລູກສອນໄຟຂີປະນາວຸດທີ່ມີລະບົບຕໍ່ຕ້ານຂີປະນາວຸດລຸ້ນໃໝ່ໃນທ້າຍເດືອນຕຸລາທີ່ຜ່ານມາຈາກຖານຍິງ ຊາຣີ-ຊາ ກັນເຊັ່ນກັນຈາກນັ້ນລູກສອນໄຟເຂົ້າສູ່ເປົ້າໝາຍສຳເລັດ.