ລາວ-ໄທ ປິກສາຫາລືສາຍພົວພັນການຮ່ວມມື.

   ວັນທີ 26 ພະຈິກ 2020 ທີ່ກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມປຶກສາຫາລືທາງໄກພາຍໃຕ້ການເປັນປະທານຮ່ວມລະຫວ່າງທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະທ່ານ ດອນ ປະຣະມັດວິໄນ, ຮອງນາຍົກລັດຖະມົນຕີ, ລັດຖະມົນວ່າການກະຊວງການຕ່າງປະເທດແຫ່ງຣາຊະອານາຈັກໄທພ້ອມດ້ວຍບັນດາພະນັກງານຈາກກົມກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

 ກອງປະຊຸມຄັ້ງນີ້ໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະການຮ່ວມມືອັນດີງາມຕະຫຼອດໄລຍະ 70 ຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນຮ່ວມ ກັນໃນວັນທີ 19 ທັນວາ 1950, ສະແດງອອກໃນການແລກປ່ຽນຢ້ຽມຢາມຂອງການນໍາຂັ້ນສູງ ແລະຂັ້ນຕ່າງໆຂອງສອງປະເທດຢ່າງເປັນປົກກະຕິຊຶ່ງໄດ້ປະກອບສ່ວນອັນສໍາຄັນໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຖານບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການລະຫວ່າງສອງປະເທດໃຫ້ແໜ້ນແຟນ ແລະແຕກດອກອອກຜົນຍິ່ງໆຂຶ້ນ.

  ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະປະຊາຊົນສະແດງຄວາມຂອບໃຈຕໍ່ລັດຖະບານ ແລະປະຊາຊົນໄທທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ຕໍ່ເຫດການອຸທົກກະໄພຢູ່ບັນດາແຂວງພາກກາງ ແລະພາກໃຕ້ຂອງລາວໃນໄລຍະຜ່ານມາລວມທັງການສະໜັບສະໜູນ ແລະໃຫ້ຄວາມຊ່ວຍເຫຼືອໃນການປ້ອງກັນ, ຄວບ ຄຸມ ແລະແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ອີກດ້ວຍ,ພ້ອມນີ້ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການສະເຫຼີມສະຫຼອງຄົບຮອບ70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ໄທ, ການຮ່ວມມືໃນການສະກັດກັ້ນ ແລະແນວທາງການຟື້ນຟູເສດຖະກິດ, ວຽກງານການສໍາຫຼວດ ແລະ ປັກຫຼັກໝາຍຊາຍ ແດນ, ບັນຫາໂຄວິດ-19,ການສົ້ງເສີມການຄ້າ,ການເຊື່ອມໂຍງ,ການຄຸ້ມຄອງກິດຈະການຕາມແມ່ນໍ້າຂອງ-ນໍ້າເຫືອງ,ການບໍລິຫານຈັດການແມ່ນໍ້າຂອງ,ການຮ່ວມມືເພື່ອການພັດທະນາ ແລະອື່ນໆ.