ຊົນ ເຢຈິນ ກັບການສະແດງຮູບເງົາ ຮອນລີີວູດເທື່ອທຳອິດ

  ຢູ່ໃນວົງການບັນເທີງມາຍາວນານເປັນ 20 ປີ ແຕ່ນາງເອກແຖວໜ້າຊົນ ເຢຈິນ ກັບຫາໄດ້ມີໂອກາດຮ່ວມງານສະແດງຮູບເງົາ ຮອນລີວູດເປັນເທື່ອທຳອິດ ໃນຮູບເງົາທີ່ມີຊື່ເລື່ອງວ່າ Cross.

  ໂດຍ ຊົນ ເຢຈິນ ເປີດເຜີຍເຖິງຄວາມຕື່ນເຕັ້ນກັບການໂກອິນເຕີ ເທື່ອທໍາອິດຄັ້ງນີ້ກັບວາລະສານສ. ເກົາຫຼີວ່າ ຂ້ອຍບໍ່ໄດ້ມີຄວາມປາດຖະໜາທີ່ຈະລອງໂຄງການທີ່ຕ່າງອອກໄປແບບນີ້ ຂ້ອຍວົນວຽນຢູ່ແຕ່ໃນອຸດສາຫະກຳ ສ.ເກົາຫຼີ ຂ້ອຍກໍເລີຍຮູ້ສຶກຢ້ານທີ່ຈະຕ້ອງສະແດງດ້ວຍການເວົ້າພາສາຕ່າງປະເທດ, ຢ່າງໃດກໍຕາມຂ້ອຍກໍເລີ່ມຄິດວ່າ ແລ້ວເມື່ອໃດຈະມີໂອກາດແບບນີ້ອີກລະຂ້ອຍໄດ້ຮັບໂອກາດທີ່ດີ ແລະຂ້ອຍຈະມີຄວາມສຸກທີ່ຈະໄດ້ເຮັດວຽກໜັກໄປກັບມັນຂ້ອຍຄິດແບບນັ້ນກໍເລີຍລອງສະແດງເບີ່ງຈັກຄັ້ງ.

 ----

ໜັງສືພິມ ເສດຖະກິດ-ສັງຄົມ