ຜັກສະລັດເປັນຢາ ຊ່ວຍປ້ອງກັນ ແລະຕໍ່ຕ້ານມະເຮັງໄດ້

  ຜັກສະລັດເປັນຜັກທີ່ມີແຄລໍຣີຕໍ່າຈື່ງເໝາະຫຼາຍສໍາລັບຜູ້ທີ່ຕ້ອງການຫຼຸດນໍ້າໜັກ ຫຼື ຄວບຄຸມນໍ້າໜັກໃນນັ້ນຜັກສະລັດສາມາດຮັບປະ ທານຮ່ວມກັບແຄຣອດ ແລະຜັກຫົມຊ່ວຍບຳລຸງເສັ້ນຜົມໃຫ້ສວຍງາມໄດ້.

 ນອກຈາກຈະມີຄຸນຄ່າທາງອາຫານທີ່ດີແລ້ວຍັງນິຍົມນໍາມາໃຊ້ ຕົກແຕ່ງອາຫານເພື່ອໃຫ້ມີສີສັນທີ່ສວຍງາມໜ້າຮັບປະທານຫຼາຍຂຶ້ນໃບຜັກສະລັດມີສານຕໍ່ຕ້ານອະນຸມູນອິດສະຫຼະຫຼາຍຊະນິດຈຶ່ງຊ່ວຍປ້ອງກັນ ແລະຕໍ່ຕ້ານມະເຮັງໄດ້, ນໍ້າຄັ້ນຈາກທັງຕົ້ນນໍາມາປຸງເປັນຢາບໍາລຸງຮ່າງກາຍໄດ້ ແລະແກ່ນຊ່ວຍອາການເຈັບແອວການຮັບປະທານຜັກສະລັດຈະຊ່ວຍໃນການຂັບຖ່າຍ, ຊ່ວຍປ້ອງກັນ ແລະບັນເທົາອາການທ້ອງຜູກໄດ້.

----

ຮຽບຮຽງໂດຍ: ຟ້າ