ມສເທສະບານແຂວງເປີດການແຂ່ງຂັນກີລາ

  ວັນທີ 27 ພະຈິກຜ່ານມາ ທີ່ໂຮງຮຽນ ມສ ເທສະບານແຂວງ ຫຼວງນໍ້າທາ ໄດ້ເປີດການແຂ່ງຂັນກີລາ ແລະສີລະປະ-ວັນນະຄະດີ ປະຈຳສົກຮຽນ 2020-2021, ເຂົ້າຮ່ວມ ທ່ານ ບູນພະມາ ໄຊຍະຈັກ ອຳນວຍການໂຮງຮຽນ ມສ ເທສະບານແຂວງ, ທ່ານ ອຸດົມສັກ ພົນປະດິດຫົວໜ້າຂະແໜງສີລະປະ, ທ່ານ ອາລຸນ ໂພທິປັນຍາຮອງຫົວໜ້າຂະແໜງສາມັນພະແນກສຶກສາທິການ ແລະກີີີີີີີີີລາ ແຂວງ, ແຂກຖືກເຊີນ, ກ້ອນກຳລັງພາຍໃນໂຮງຮຽນແລະ ນັກກີລາເຂົ້າຮ່ວມ.

  ທ່ານ ແດງ ລາວົງໄຊ ຈຸງານນອກຫຼັກສູດກໍ່ໄດ້ລາຍງານຕໍ່ພິທີເປີດການແຂ່ງຂັນຄັ້ງນີ້ວ່າ: ການຈັດງານແຂ່ງຂັນກີລາ ແລະສິລະປະ-ວັນນະຄະດີຂອງໂຮງຮຽນ ມສ ເທສະບານປະຈຳສົກຮຽນ 2020-2021 ແມ່ນຈັດຂຶ້ນພາຍໃຕ້ບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນລາວທັງຊາດ, ຊາວ ແຂວງຫຼວງນໍ້າທາເວົ້າລວມ, ເວົ້າສະເພາະກໍແມ່ນພະນັກງານຄູ-ອາຈານ ແລະນ້ອງນັກຮຽນ ມສ ເທສະບານພວມອອກແຮງແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານຄົບຮອບ 100 ປີ ແລະວັນສໍາຄັນຕ່າງໆຢ່າງເປັນຂະບວນການຟົດຟື້ນ ແລະພ້ອມກັນເອົາໃຈໃສ່ສ້າງຜົນງານຈັດຕັ້ງປະຕິບັດຂະບວນການຮຽນ-ການສອນ, ເອົາໃຈໃສ່ຕັ້ງໜ້າຜັນຂະຫຍາຍ 3 ລັກສະນະ 5 ຫຼັກມູນ ແລະ 3 ຂໍ້ແຂ່ງຂັນຂອງກະຊວງສຶກສາທິການ ແລະກີລາວາງອອກໃຫ້ປາກົດຜົນເປັນຈິງ.

  ການແຂ່ງຂັນກີລາ ແລະສີລະປະ-ວັນນະຄະດີໃນຄັ້ງນີ້ປະກອບມີ 4 ປະເພດຄື: ກີລາບານເຕະຍິງ-ຊາຍ, ກີລາກະຕໍ້ຫວາຍຊາຍ, ກີລາບານສົ່ງຍິງ ແລະກີລາແລ່ນ-ລານ ຍິງຊາຍ ແລະສິລະປະ-ວັນນະຄະດີປະກອບມີ 3 ລາຍການຄື: ການ ປະກວດຟ້ອນ, ການປະກວດແຕ້ມຮູບ ແລະການປະກວດຮ້ອງເພງ, ການຈັດງານແຂ່ງຂັນກີລາ ແລະສິລະປະ-ວັນນະຄະດີໃນຄັ້ງນີ້ເພື່ອສ້າງຂະບວນການກີລາ ແລະສິລະປະ-ວັນນະຄະດີໃນໂຮງຮຽນໃຫ້ມີບັນຍາກາດຟົດຟື້ນແລະເປັນວຽກງານໜຶ່ງທີ່ມີຄວາມໝາຍຄວາມສຳຄັນໃນການສ້າງ ແລະພັດທະນາເດັກເຮັດໃຫ້ເດັກໄດ້ມີການຝຶກຝົນຫຼໍ່ຫຼອມຕົນເອງເຂົ້າໃນການສຶກສາຮໍ່າຮຽນ ແລະການປະກອບສ່ວນຕໍ່ໜ້າທີ່ວຽກງານດ້ານຕ່າງໆໃຫ້ສອດຄ່ອງກັບ 5 ຫຼັກມູນການສຶກສາ, ເພື່ອເປັນການສ້າງ ແລະຄັດເລືອກເອົາຕົວນັກກີລາຜູ້ທີ່ດີເດັ່ນ, ຜູ້ທີ່ມີພອນສະຫວັນເຂົ້າເປັນຕົວແທນນັກກີລາເພື່ອສືບທອດຮຸ່ນຕໍ່ຮຸ່ນທັງເປັນການສ້າງກິດຈະກຳໃຫ້ນັກຮຽນໄດ້ມີໂອກາດເຂົ້າຮ່ວມກິດຈະກຳການແຂ່ງຂັນ ແລະໄດ້ ມີການຝຶກແອບກີລາປະເພດຕ່າງໆ ໃຫ້ມີຄວາມຄ່ອງແຄ້ວຄວາມສາມາດໃນການຫຼິ້ນ ແລະມີເຕັກນິກສູງເພື່ອນໍາໄປສູ່ການເປັນຕົວແທນທີມໂຮງ ຮຽນ, ເປັນຕົວແທນທີມຂອງແຂວງໃນອະນາຄົດ, ທັງເປັນການຊຸກຍູ້ສົ່ງເສີມໃຫ້ເຂົາເຈົ້າຫັນມາຫຼິ້ນກີລາອອກກຳລັງກາຍ ແລະຝຶກແອບສິລະປະ-ວັນນະ ຄະດີໃຫ້ຫຼາຍຂຶ້ນເພື່ອໃຫ້ເຂົາເຈົ້າໄດ້ພັດທະນາຕົນເອງໃນການເຄື່ອນໄຫວກິດຈະກຳປະເພດຕ່າງໆ ແລະພັດທະນາທາງດ້ານຮ່າງກາຍໃຫ້ມີສຸຂະພາບພະລະນາໄມສົມບູນແຂງແຮງ, ຮູ້ຈັກໃຊ້ເວລາຫວ່າງໃຫ້ເປັນປະໂຫຍດບໍ່ໄປມົ້ວສຸມກ່ຽວກັບສິ່ງເສບຕິດຕ່າງໆ, ໂອກາດນີ້ ທ່ານ ບູນພະມາ ໄຊຍະຈັກອຳນວຍ ການໂຮງຮຽນ ມສ ເທສະບານແຂວງ ກໍ່ໄດ້ຕັດແຖບຜ້າເປີດງານແຂ່ງຂັນກີລາ ແລະສີລະປະ-ວັນນະຄະດີປະຈຳສົກຮຽນ 2020- 2021 ຢ່າງ ເປັນທາງການ.

----

ຂ່າວ: ກິ່ນນາລົມ