ໂຮງຮຽນສະຖາພອນ ຈັດແຂ່ງຂັນກີລາປະຈຳປີ

  ວັນທີ 27 ຜ່ານມາທີ່ເດີ່ນບານກູດໄລ່ ນະຄອນຫຼວງວຽງຈັນ ໂຮງຮຽນອະນຸບານ-ປະຖົມ-ມັດຖະຍົມສະຖາພອນໄດ້ສ້າງກິດຈະກຳແຂ່ງຂັນກີລາ ແລະສີລະປະ ເພື່ອສ້າງຄວາມສາມັກຄີຮັດແໜ້ນຄູ-ອາຈານ-ນັກຮຽນ ໂດຍໃຫ້ກຽດເຂົ້າຮ່ວມ ທ່ານຄຳສິງ ດວງດາລາ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງສີສັດຕະນາກພ້ອມ ດ້ວຍພາກສ່ວນກ່ຽວຂ້ອງ ແລະພໍ່ແມ່ຜູ້ປົກຄອງນັກຮຽນເຂົ້າຮ່ວມ.

ທ່ານ ນາງ ສຸກສະຖາພອນ ສູນທະວົງ ປະທານໂຮງຮຽນອະນຸບານ-ປະຖົມມັດຖະຍົມສະຖາພອນກ່າວວ່າ: ການແຂ່ງຂັນກີລາ ແລະສິລະປະຂອງໂຮງຮຽນສະຖາພອນຈຸດປະສົ່ງເພື່ອໃຫ້ນັກຮຽນມີກິດຈະກຳສ້າງຄວາມສາມັກຄີເພື່ອໃຫ້ນັກຮຽນມີສຸຂະພາບແຂງແຮງຝຶກການເປັນຜູ້ນຳໄດ້ເສີມສ້າງທັກສະ ແລະພອນສະຫວັນທາງດ້ານກີລາ ແລະສີລະປະໃຫ້ແກ່ນັກຮຽນແລະນັກຮຽນສະແດງຄວາມກ້າຫານນັ້ນຍັງເພື່ອເປັນການສະເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດທີ່ໝູນວຽນມາເຖິງວັນປະ ກາດເອກະລາດ, ກອງປະຊຸມໃຫຍ່ຄັ້ງທີ 7 ຂອງອົງຄະນະພັກນະຄອນຫຼວງວຽງຈັນ ແລະວັນຊາດທີ 2 ທັນວາຄົບຮອບ 45 ປີ.

  ສຳລັບການແຂ່ງຂັນກີລາຄັ້ງນີ້ປະກອບມີ 12 ລາຍການເຊັ່ນ: ກີລາແລ່ນ, ກີລາດຶງເຊືອກ, ກີລາເຕະບານ, ໂຍນບານ ແລະອື່ນໆ.