ໝົດປີ 2020 ອາກອນເຊກອງ ຄາດລາຍຮັບບັນລຸ 92%

 ສໍາລັບການເກັບລາຍຮັບເຂົ້າງົບປະມານແຫ່ງລັດປີ 2020 ເປັນສິ່ງທ້າທາຍຫຼາຍຢ່າງ, ຖ້າທຽບໃສ່ຕົວເລກແຜນການໄດ້ຮັບມອບໝາຍໂດຍສະເພາະແມ່ນການລະບາດຂອງເຊື້ອພະຍາດໂຄວິດ-19 ສົ່ງຜົນກະທົບ ໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມກໍຄືການເກັບລາຍຮັບຂອງຂະແໜງສ່ວຍສາອາກອນ ແລະຄາດຄະເນວ່າໝົດປີນີ້ຈະສາມາດເກັບໄດ້ພຽງແຕ່ 92%.

 ທ່ານ ລໍາທອງ ຍົນມະຫາໄຊ ຫົວໜ້າສ່ວຍສາອາກອນປະຈໍາແຂວງເຊກອງໃຫ້ຮູ້ວ່າ: ສ່ວຍສາອາກອນປະຈໍາແຂວງເຊກອງແມ່ນຂະແໜງການໜຶ່ງເຄື່ອນໄຫວລວມສູນຕາມສາຍຕັ້ງ, ເປັນເສນາທິການໂດຍກົງໃຫ້ແກ່ກົມສ່ວຍສາອາກອນ, ເຮັດໜ້າທີ່ໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຕາມພາລະບົດບາດຄວາມຮັບຜິດຊອບຂອງຕົນ ແລະປີນີ້ແມ່ນເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 5 ປີຄັ້ງທີ VIII ໂດຍສະເພາະແມ່ນປີສຸດທ້າຍຂອງການຈັດຕັ້ງປະຕິບັດມະຕິ IX ອົງຄະນະພັກແຂວງເຊກອງ ແລະຢູ່ໃນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກທີ່ຍັງບໍ່ທັນຄ່ອງຕົວ,ເກີດມີການລະບາດຂອງພະຍາດ,ທາງດ້ານສະເພາະກົມສ່ວຍສາອາກອນກະຊວງການເງິນກໍໄດ້ມີການປັບປຸງບັນດານິຕິກໍາຈໍານວນໜຶ່ງເພື່ອເປັນການຊຸກຍູ້ສົ່ງເສີມພາກທຸລະກິດໃຫ້ມີການແຂ່ງຂັນຫຼາຍຂຶ້ນ.

   ປີ 2020 ສ່ວຍສາອາກອນແຂວງເຊກອງໄດ້ຮັບຕົວເລກແຜນການທັງໝົດ 59 ຕື້ກວ່າກີບ, ແຕ່ການປະຕບັດຕົວຈິງ, ນັບແຕ່ຕົ້ນປີຫາວັນທີ 31 ຕຸລາ 2020 ສາ ມາດເກັບລາຍຮັບໄດ້ທັງໝົດ 31,25 ຕື້ກີບເທົ່າກັບ 53% ຂອງແຜນການປີ, ໃນນີ້ຂັ້ນແຂວງປະຕິບັດໄດ້ 24,59 ຕື້ກີບເທົ່າກັບ 52,72% ແລະເມືອງປະຕິບັດໄດ້ 6,66 ຕື້ກີບເທົ່າກັບ 53,97%.

 ສໍາລັບການເກັບລາຍຮັບເຂົ້າງົບປະມານແຫ່ງລັດປີ 2020 ກໍຄື 2 ເດືອນທ້າຍປີ, ເປັນສິ່ງທ້າທາຍຫຼາຍຢ່າງໂດຍສະເພາະແມ່ນການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼືໂຄວິດ-19, ການຍົກເວັ້ນການເກັບອາກອນໃຫ້ບາງຫົວໜ່ວຍທຸລະກິດ, ການເລື່ອນຈ່າຍອາກອນ ແລະບັນຫາອື່ນໆ, ແຕ່ແນວໃດກໍດີ ສ່ວຍສາອາກອນແຂວງເຊກອງບໍ່ໄດ້ລົດລະຄວາມພະຍາຍາມ, ຕັ້ງໜ້າບຸກບືນສູ້ຊົນກໍານົດບັນດາໜ້າວຽກ ແລະວາງມາດຕະການປະຕິບັດລະອຽດ ແລະຄາດຄະເນວ່າປີນີ້ຈະສາມາດເກັບໄດ້ທັງໝົດ 54,28 ຕື້ກີບເທົ່າກັບ 92% ຂອງແຜນປີ.

--------------

ຂຽນໂດຍສັນຍາ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ