ສຳເລັດໂຄງການຂະຫຍາຍເສັ້ນທາງ ບ້ານວັງຊຽງ-ບ້ານນາແຈ່ນ

  ເມື່ອບໍ່ດົນມານີ້ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະຈໍາເມືອງໂພນທອງ ແຂວງຫຼວງພະບາງໄດ້ຈັດພິທີມອບຮັບໂຄງການກໍ່ສ້າງປັບປຸງ ແລະຂະຫຍາຍເສັ້ນ ທາງບ້ານວັງຊຽງຫາບ້ານນາແຈ່ນກຸ່ມໂພນທອງໂດຍເປັນປະທານຂອງທ່ານ ບຸນຈັນ ປານຟອງເພັດ ເຈົ້າເມືອງໂພນທອງທ່ານ ບູນລອດ ຜູ້ປະສານງານໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກຂັ້ນເມືອງທ່ານ ບຸນຍົງ ຮອງປະເສີດ ຕາງໜ້າບໍລິສັດຮັບເໝົາກໍ່ສ້າງ ແລະຄະນະກຳມະການຄຸ້ມຄອງການລົງທຶນຂອງລັດຂັ້ນເມືອງພ້ອມດ້ວຍປະຊາຊົນພາຍໃນບ້ານນາແຈ່ນເຂົ້າຮ່ວມ.

 ທ່ານ ວຽງຄຳ ຜູ້ປະສານງານກຸ່ມບ້ານໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດໂຄງການໂດຍການມີສ່ວນຮ່ວມຂອງຊຸມຊົນໄດ້ເປັນເຈົ້າການປະຕິບັດຕາມແຜນການທີ່ໄດ້ກຳນົດໄວ້ໃນສັນຍາໂຄງການກໍ່ສ້າງປັບປຸງ ແລະຂະຫຍາຍເສັ້ນທາງແຕ່ບ້ານວັງຊຽງ ຫາ ບ້ານນາແຈ່ນ ເມືອງໂພນທອງ ແມ່ນທຶນສົມທົບຂອງລັດຖະບານມູນຄ່າການກໍ່ສ້າງ 111,62 ລ້ານກີບ ໃນນີ້ທຶນປະກອບສ່ວນຂອງຊຸມຊົນທັງໝົດ 11,86 ລ້ານກີບ ມີ ຄວາມຍາວ 3 ກິໂລແມັດ, ກວ້າງ 3 ແມັດ ໃນນັ້ນວາງທໍ່ລອດທາງ 2 ຈຸດ ເລີ່ມລົງມືກໍ່ສ້າງ-ສ້ອມແປງ ແຕ່ວັນທີ 14 ຕຸລາ 2020 ມາຮອດວັນທີ 6 ພະຈິກ ປີ 2020 ແມ່ນສຳເລັດ 100%.

  ຈາກນັ້ນ ທ່ານ ບູນຈັນ ປານຟອງເພັດ ໄດ້ກ່າວມອບເສັ້ນທາງໃຫ້ອົງການປົກຄອງບ້ານ ແລະປະຊາຊົນບ້ານນາແຈ່ນ, ໂດຍຮຽກຮ້ອງໃຫ້ປະຊາຊົນຊ່ວຍກັນໃນການປົກປັກຮັກສາ ແລະຄຸ້ມຄອງເສັ້ນທາງໃຫ້ໄດ້ນຳໃຊ້ແບບຢືນຍົງທັງມີຜົນປະໂຫຍດສູງໂດຍສະເພາະແມ່ນນຳໃຊ້ເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ, ພ້ອມນີ້ທ່ານເຈົ້າເມືອງໂພນທອງໄດ້ມອບຊີມັງ 1 ໂຕນ ແລະເຄື່ອງນຸ່ງຮົ່ມອີກຈຳນວນໜື່ງໃຫ້ອົງການປົກຄອງບ້ານຕື່ມອີກ.