ຫຼວງນໍ້າທາເປີດໃຊ້ຫ້ອງການຫຼຸດຜ່ອນການປ່ອຍອາຍພິດ

  ວັນທີ 26 ພະຈິກ 2020 ນີ້ ຢູ່ທີ່ພະແນກກະສິກຳ ແລະປ່າໄມ້ ແຂວງຫຼວງນໍ້າທາໄດ້ມອບ-ຮັບການກໍ່ສ້າງສ້ອມແປງ-ຕໍ່ເຕີມຫ້ອງການຫຼຸດຜ່ອນການປ່ອຍອາຍພິດຈາກການຕັດໄມ້ທຳລາຍປ່າ ແລະການທຳລາຍປ່າ ຫຼື REDD+ ແຂວງຫຼວງນໍ້າທາ, ເຂົ້າຮ່ວມໂດຍທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້, ທ່ານ ທວງ ນາມວົງ ສາຮອງຫົວໜ້າພະແນກກະສິກໍາ ແລະປ່າໄມ້ ແຂວງຫຼວງນໍ້າທາ, ບັນດາຫົວໜ້າພະແນກ-ຮອງຫົວໜ້າພະແນກອ້ອມຂ້າງກົມປ່າໄມ້, ຫົວໜ້າ-ຮອງຫົວໜ້າຂະແໜງພາຍໃນພະແນກກະສິກຳ ແລະປ່າໄມ້ ແຂວງເຂົ້າຮ່ວມ.

  ທ່ານ ຄຳເມີງ ແດງມະນີ ຫົວໜ້າຂະແໜງປ່າໄມ້ ແຂວງຫຼວງນໍ້າທາໄດ້ລາຍງານຜົນສຳເລັດໃນການສ້ອມແປງ-ຕໍ່ເຕີມຫ້ອງການປະສານງານ REDD+ ຂັ້ນແຂວງ ຢູ່ທີ່ຂະແໜງປ່າໄມ້ແຂວງຫຼວງນໍ້າທາ, ໃນປີ 2019 ແຂວງຫຼວງນໍ້າທາ ພະແນກກະສິກໍາ-ປ່າໄມ້ ໄດ້ຮັບທຶນສະໜັບສະໜູນໃນການສ້ອງແປງ-ຕໍ່ເຕີມຫ້ອງການປະສານງານ  REDD+ ຂັ້ນແຂວງຈາກໂຄງການຄູ່ຮ່ວມກາກບອນປ່າໄມ້ (FCPF) ຈໍານວນ 1 ຫຼັງ, ຜ່ານການດໍາເນີນການຕໍ່ເຕີມສ້ອມ ແປງຫ້ອງການທີ່ຜ່ານມາເຫັນວ່າການສ້ອມແປງໄດ້ຕາມເງື່ອນໄຂຂອງສັນຍາ ແລະໄດ້ນຳໃຊ້ວັດສະ ດຸອຸປະກອນຕາມທີ່ໄດ້ລະບຸໄວ້ໃນໃບຄິດໄລ່ລາຄາບໍລິມາດ ແລະຕາມແບບທຸກຢ່າງ ຊຶ່ງແມ່ນບໍລິສັດແກ້ວວິໄລ ກໍ່ສ້າງເຄຫາ ແລະຊົນລະປະທານຈຳກັດ ເປັນຜູ້ຮັບເໝົາສ້ອມແປງຊຶ່ງເລີ່ມຕົ້ນສ້ອມແປງໃນວັນທີ 23 ກັນຍາ 2019 ແລະສໍາເລັດການສ້ອມແປງວັນທີ 10 ກຸມພາ 2020 ໃນມູນຄ່າ 172 ລ້ານກວ່າກີບ, ການສ້ອງແປງແມ່ນສຳເລັດ 100%.

  ດັ່ງນັ້ນກົມປ່າໄມ້ໃນນາມຜູ້ຄຸ້ມຄອງໂຄງການຄູ່ຮ່ວມກາກບອນປ່າໄມ້ ຊຶ່ງເປັນໂຄງການທີ່ໃຫ້ການສະໜັບສະໜຸນທຶນໃນການສ້ອມແປງໃນຄັ້ງນີ້ ຈຶ່ງໄດ້ມອບອາຄານທີ່ສ້ອມແປງແລ້ວນີ້ໃຫ້ແກ່ພະ ແນກກະສິກຳ ແລະປ່າໄມ້ແຂວງ ເພື່ອເປັນສະຖານທີ່ໃຫ້ແກ່ຫ້ອງ ການ REDD+ ປະຈຳແຂວງຫຼວງນໍ້າທາ ລົງນາມເຊັນບົດບັນທຶກລະຫວ່າງ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ແລະທ່ານ ທວງ ນາມວົງສາ ຮອງຫົວ ໜ້າພະແນກກະສິກໍາ ແລະປ່າໄມ້ ແຂວງຫຼວງນໍ້າທາ ພ້ອມຕັດແຖບຜ້າເປີດການນຳໃຊ້ຢ່າງເປັນທາງການ ໂດຍຊ່ອງໜ້າແຂກເຂົ້າຮ່ວມເປັນສັກຂີພິຍານ.

----

ຂ່າວ: ນ ອຸ້ມ