ຫຼາຍສາເຫດ ທີ່ເຮັດໃຫ້ນອນບໍ່ຫຼັບ

  ອາການນອນບໍ່ຫຼັບແມ່ນເກີດມາຈາກຫຼາຍປັດໄຈເປັນຕົ້ນ: ແມ່ນການປ່ຽນສະຖານທີ່ພັກອາໄສ,

  ອາການປວດໃນຮ່າງກາຍ, ໂມໂຫງ່າຍ, ຄວາມກົດດັນທາງຈິດໃຈ, ບັນຍາກາດບ່ອນນອນບໍ່ດີ, ຜູ້ເປັນໂລກຫົວໃຈ, ປວດໃນຂໍ້, ໂລກໄຂ່ຫຼັງ, ເບົາຫວານ, ແມ່ຍິງຖືພາ, ການສູບຢາ, ການຮັບປະທານອາຫານໃນຕອນຄໍ່າຫຼາຍ ຫຼື ໜ້ອຍເກີນໄປ ແລະຜູ້ທີ່ພົບກັບບັນຫາຊີວິດອື່ນໆ.

  ນອກນັ້ນ ອາການນອນບໍ່ຫຼັບຍັງຈະກະຕຸ້ນດ້ວຍປັດໄຈອື່ນໆອີກເຊັ່ນ: ກິນອາຫານທີ່ມີສານຄາເຟອີນ, ສານກະຕຸ້ນປະສາດທີ່ໄດ້ຮັບລະຫວ່າງມື້ເຊັ່ນ: ຊາ, ກາເຟ, ຢາບາງຊະນິດ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າປະສົມຢູ່ຈົນເຮັດໃຫ້ຮ່າງກາຍຫຼັບບໍ່ເປັນປົກກະຕິເຊັ່ນຫຼັບໆຕື່ນໆ.

----

ຮຽບຮຽງໂດຍ: ຟ້າ