ຊູເປີຈູເນຍ ມຸ່ງໜ້າສູ່ຕະຫຼາດເພງໂລກ

  ກ້າວໄປສູ່ລະດັບອິນເຕີອີກຂັ້ນບອຍແບນ ສ.ເກົາຫຼີ ຊູເປີຈູເນຍ ທີ່ຫຼ້າສຸດເຊັນສັນຍາກັບເອເຈນຊີລະດັບໂລກຂອງອາເມລິກາ ICM Partners ຊຶ່ງມີທຸລະກິດສື່ຫຼາກຫຼາຍເຊັ່ນ: ເພງ, ໂທລະພາບ, ສຳນັກພິມ, ການສະແດງ, ໂມຊັນ ພິກເຈີ ແລະສື່ໃໝ່ທັງຍັງຮ່ວມງານກັບຊຸບຕາລະດັບໂລກທັງບີຢອນ ເຊ, ນິກກີ້ ແຈັກສັນ ແລະອື່ນໆ.

  ໂດຍປະທານ ICM Partners  ເປີດເຜີຍວ່າ ບໍລິສັດຕື່ນເຕັ້ນຫຼາຍ ທີ່ໄດ້ເປັນຕົວແທນຂອງຣາຊາທີ່ນໍາ ກະແສຄວາມນິຍົມເຄ-ເວຟມາສູ່ ແຟນໆທົ່ວໂລກຄື ຊູເປີຈູເນຍ ແລະຍັງຕັ້ງຕາລໍທີ່ຈະເຮັດໃຫ້ຍີ່ຫໍ້ຊູເປີຈູເນຍເຕີບໂຕໃນທຸກໆຊ່ອງທາງສືລວມເຖິງເລື່ອງຂອງການທົ່ວຄອນເສີດທົວໂລກ, ມາເກັດຕິງ, ການພັດທະນາທຸລະກິດ, ຊຶ່ງ ຊູເປີ ຈູເນຍ ນັ້ນເດບີວໃນປີ 2005 ແລະ ໂດ່ງດັງເປັນທີ່ຮູ້ຈັກໄປທົ່ວໂລກຈາກເພງ Sorry Sorry ໃນປີ 2009, ພວກເຂົາໄດ້ຮັບລາງວັນຢ່າງຫຼວງຫຼາຍ, ແລະຍັງໄດ້ປ່ອຍອາລະບໍ້າຫຼາຍກວ່າ 30 ອາລະບໍ້າທັງໃນ ສ.ເກົາຫຼີ ແລະຍີ່ປຸ່ນ ແລະມີ 9 ສະຕູດີໂອອາລະບໍ້າ.

 ----

ໜັງສືພິມ ເສດຖະກິດ-ສັງຄົມ