ວິທະຍາໄລ ຄູສາລະວັນ ປາຖະກະຖາ ວັນສໍາຄັນຂອງຊາດ

  ວັນທີ 27 ພະຈິກ ຜ່ານມາທີ່ສະໂມສອນວິທະຍາໄລຄູສາລະວັນໄດ້ຈັດພິທີປາຖະກະຖາເພື່ອລະນຶກເຖິງຄວາມໝາຍຄວາມສຳຄັນຂອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານຄົບຮອບ 100 ປີ ໂດຍການເປັນປະທານຂອງທ່ານ ສຸລິດ ສຸລິວົງ ຜູ້ອຳນວຍການວິທະຍາໄລຄູສາລະວັນ, ທ່ານ ສົມບຸນ ສິລິສົງຄາມຮອງຜູ້ອຳນວນການວິທະຍາໄລຄູສາລະວັນ, ທ່ານ ນາງ ພູວຽງ ອີນທະສອນຮອງຜູ້ອຳນວຍການວິທະຍາໄລ ຄູສາລະວັນ ແລະຫົວໜ້າຫ້ອງການພະນັກງານຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

  ທ່ານ ສຸລິດ ສຸລິວົງ ຜູ້ອຳນວຍ ການໄດ້ໃຫ້ກຽດປາຖະກະຖາເລົ່າມູນເຊື້ອ ແລະຄວາມສຳຄັນຂອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ (2 ທັນວາ 1975 ຫາ 2 ທັນວາ 2020).

  ເພື່ອເປັນການຫວນຄືນມູນເຊື້ອປະຫວັດສາດອັນພິລະອາດຫານຂອງທ່ານຜູ້ນຳພັກ-ລັດກໍ່ຄືບັນດາພໍ່ແມ່ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດທີ່ພ້ອມກັນເປັນຈິດໜຶ່ງໃຈດຽວກັນລຸກຂຶ້ນຕໍ່ສູ້ກູ້ຊາດບໍ່ຍອມຈຳນົນແກ່ພວກຈັກກະພັດລ່າ ເມືອງຂຶ້ນໃຫ້ຫຼຸດພົ້ນອອກຈາກແອກຄອບຄອງຂອງສັກດີນາຕ່າງ ດ້າວບົນເສັ້ນທາງແຫ່ງການຕໍ່ສູ້ອັນຍາວນານລະອິດລະອ້ຽວຂ້ຽວຂາດຫຍຸ້ງຍາກສັບສົນແຕ່ເດັດຂາດມີໄຊພາຍໃຕ້ການນຳພາຂອງພັກທີ່ສະຫຼາດສ່ອງໃສນໍ້າໃຈປະຕິວັດສາມາດຕີເອົາຊະນະສັດຕູໃນ ແຕ່ລະໄລຍະເປັນກ້າວໆມາຈົນສາມາດປົດປ່ອຍປະເທດ ແລະສະຖາປະນາເປັນ ສປປ ລາວ ໃນວັນທີ 2 ທັນວາ 1975 ຊຶ່ງມາເຖິງປີນີ້ກໍ່ພໍດີຄົບຮອບ 45 ປີ.

----

ໜັງສືພິມ ເສດຖະກິດ-ສັງຄົມ