ຣັດເຊຍທົດລອງໂດຣນນີວເຄຣຍໃຕ້ນໍ້າ

  ກະຊວງປ້ອງກັນປະເທດ ຂອງຣັດເຊຍທົດລອງໂດຣນໃຕ້ ນໍ້າພະລັງນີວເຄຣຍລຸ້ນໃໝ່ທີ່ມີພະ ລັງ ແລະມີຄວາມໄວກວ່າຕໍປີໂດ ທຸກຊະນິດໃນໂລກຫຼາຍເທົ່າ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ກະຊວງປ້ອງກັນປະເທດ ຂອງຣັດເຊຍເປີດເຜີຍວ່າ ການທົດ ລອງໂດຣນນີວເຄຣຍໃຕ້ນໍ້າລຸ້ນໃໝ່ ໂພໄຊດອນໃນທ້າຍອາທິດທີ່ຜ່ານ ມາ ຊຶ່ງເປັນເວລາພຽງບໍ່ດົນຫຼັງ ຈາກທີ່ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຂອງຣັດເຊຍເວົ້າ ເຖິງອາວຸດໃໝ່ໃນລະຫວ່າງການ ຖະແຫຼງນະໂຍບາຍ ແລະຜົນງານ ປະຈຳປີຕໍ່ກອງປະຊຸມຮ່ວມລັດຖະ ສະພາໃນນະຄອນຫຼວງມົດສະກູວ່າ ການທົດລອງໂພໄຊດອນປະສົບ ຄວາມສຳເລັດຢ່າງຈົບງາມ ແລະ ກຳປັ່ນດຳນໍ້າລຳທຳອິດທີ່ຈະຕິດ ຕັ້ງໂດຣນນີວເຄຣຍໃຕ້ນໍ້າລຸ້ນນີ້ ຈະເຂົ້າປະຈຳການໃນກອງທັບປະ ມານທ້າຍປີນີ້. ແຕ່ກະຊວງປ້ອງ ກັນປະເທດຂອງຣັດເຊຍບໍ່ໄດ້ລະ ບຸວັນເວລາ ແລະສະຖານທີ່ທົດ ລອງ.

  ທ່ານ ປູຕິນ ເວົ້າເຖິງອາວຸດໃໝ່ເປັນເທື່ອທຳອິດໃນປີທີ່ຜ່ານມາ ໂດຍລະບຸວ່າມັນເປັນເກາະ ປ້ອງກັນລະບົບສະກັດກັ້ນລູກສອນ ໄຟກາງອາກາດ ແລະສາມາດບັນທຸກອາວຸດນີວເຄຣຍຂະໜາດໜັກ ເພື່ອໂຈມຕີເປົ້າໝາຍ ນອກຈາກນີ້ ມັນຍັງປະຕິບັດການໃຕ້ທະເລລະ ດັບເລິກຫຼາຍ ດ້ວຍຄວາມໄວຫຼາຍ ເທົ່າຂອງກຳປັ່ນຮົບ ຫຼື ຕໍປີໂດທີ່ໄວ ທີ່ສຸດເທົ່າທີ່ມີຢູ່ໃນປະຈຸບັນ.