ລັດຖະບານຍີ່ປຸ່ນກຽມຕັດສິນໃຈສັ່ງຫ້າມຂາຍລົດທີ່ໃຊ້ນໍ້າມັນແອັດຊັງພຽງຢ່າງດຽວພາຍໃນ 15 ປີຕໍ່ໜ້າ ໂດຍເປັນສ່ວນໜຶ່ງຂອງຄວາມພະຍາຍາມທີ່ຈະຫຼຸດການປ່ອຍມົນລະພິດທາງອາກາດ.

  ຕາມຂ່າວຕ່າງປະເທດລາຍງານວ່າເປົ້າໝາຍດັ່ງກ່າວສົ່ງເສີມການປ່ຽນໄປໃຊ້ລົດພະລັງງານໄຟຟ້າພຽງຢ່າງດຽວ ແລະລົດນຳໃຊ້ລະບົບໄຮບຣິດແບບໃຊ້ນໍ້າມັນ ແລະໄຟຟ້າຄຽງຄູ່ກັນໄປພາຍຫຼັງທ່ານ ໂຢຊິ ຮິເດະ, ນາຍົກລັດຖະມົນຕີຍີ່ປຸ່ນຊຸກຍູ້ການໂຄສະນາທີ່ຈະເຮັດໃຫ້ການປ່ອຍຄາບອນໄດອອກໄຊໃນຍີ່ປຸ່ນໃຫ້ເປັນສູນພາຍໃນປີ 2050 ຂະນະທີ່ລົດໄຮບຣິດໃນຍີ່ປຸ່ນມີຈຳນວນບໍ່ເຖິງ 40% ຂອງຈຳນວນລົດໃໝ່ທັງໝົດທີ່ຂາຍໃນປີກາຍ.

  ມາດຕະການດັ່ງກ່າວຂອງຍີ່ປຸ່ນມີຂຶ້ນທ່າມກາງກະແສຈາກທົ່ວໂລກທີ່ຈະຫຼຸດການຂາຍລົດທີ່ໃຊ້ນໍ້າມັນແອັດຊັງໂດຍສະເພາະໃນ ສປ ຈີນ ຊຶ່ງເປັນຕະຫຼາດລົດຂະໜາດ ໃຫຍ່ທີ່ສຸດໃນໂລກ ແລະໃນເອີຣົບ.