ບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ຈັດຂຶ້ນດ້ວຍຫຼາຍກິດຈະກໍາສໍາຄັນ

  ບຸນມະໂຫລານຊາວໜຸ່ມ-ເຍົາວະຊົນໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-13 ທັນວາ 2020 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ຊຶ່ງມີຫຼາຍກິດຈະກໍາສຳ ຄັນເຊັ່ນ: ເວທີສົນທະນາມູນເຊື້ອຊາວໜຸ່ມ, ແລກປ່ຽນສິລະປະ, ແຂ່ງຂັນສີມືແຮງງານ, ຕ້ານການຄ້າມະນຸດ ແລະກິດຈະກໍາອື່ນໆ.

 ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 3 ທັນວາ 2020 ວ່າ: ການຈັດບຸນມະໂຫລານຄັ້ງນີ້ແມ່ນໜຶ່ງໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມລາວທົ່ວປະເທດຄັ້ງທີ VIII ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້, ທັງເປັນກິດຈະກໍາໜຶ່ງທີ່ເຕົ້າໂຮມເອົາຄົນຮຸ່ນໜຸ່ມທຸກສາຂາອາຊີບໃນ ສປປ ລາວ ແລະຂະບວນການເຄື່ອນໄຫວເສດຖະກິດ, ວັດທະນະທໍາ-ສັງຄົມຂອງຄົນໜຸ່ມໄດ້ມີໂອກາດພົບປະສ້າງ ສັນແລກປ່ຽນບົດຮຽນ, ເປັນເວທີໃຫ້ຊາວໜຸ່ມໄດ້ຮຽນຮູ້ເຖິງປະຫວັດສາດ ແລະຄວາມເຕີບໃຫຍ່ເຂັ້ມ ແຂງຂອງການຈັດຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ, ພ້ອມນີ້ກໍເພື່ອເປັນການລະນຶກເຖິງມູນເຊື້ອຊາວໜຸ່ມຮຸ່ນກ່ອນ ແລະເສີມຂະຫຍາຍບົດບາດຊາວໜຸ່ມໃນຍຸກໃໝ່, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວໃນນາມທີ່ເປັນອົງການເສ ນາທິການໃຫ້ແກ່ກົມການເມືອງສູນກາງພັກເຮັດໜ້າທີ່ເຕົ້າໂຮມເອົາຄົນຮຸ່ນໜຸ່ມມາເຄື່ອນໄຫວໃນການຈັດຕັ້ງມີບົດບາດກວ້າງຂວາງເຮັດໜ້າທີ່ປົກປ້ອງສິດຜົນປະໂຫຍດຂອງຄົນຮຸ່ນໜຸ່ມ, ເຮັດໜ້າທີ່ສຶກສາອົບຮົມເຕົ້າໂຮມຄວາມສາມັກຄີນໍາພາແນວຄິດ, ຊຸກຍຸ້ຂະບວນການພັດທະນາຄົນໜຸ່ມເດີນຕາມອຸດົມການຂອງພັກ.

   ບຸນມະໂຫລານຄັ້ງນີ້, ຈະມີຫຼາຍກິດຈະກໍາເຊັ່ນ: ເວທີສົນທະນາມູນເຊື້ອຊາວໜຸ່ມ, ແລກປ່ຽນສິລະປະ, ແຂ່ງຂັນສີມືແຮງງານ (ຊ່າງຕັດຜົມ, ຊ່າງເສີມສວຍ, ຊ່າງແຕ່ງໜ້າ), ປູກຈິດສໍານຶກສິ່ງແວດລ້ອມ, ຄວາມປອດໄພໃນການຂັບຂີ່, ການໃຫ້ຄວາມຮູ້ຕ້ານພະຍາດເອດ, ພະຍາດຕິດຕໍ່ທາງເພດສຳພັນ (ພຕພ), ຕ້ານການຄ້າມະ ນຸດ, ແຂ່ງຂັນຮ້ອງເພງ, ແຂ່ງຂັນສຽງແຄນລາວ, ແຂ່ງຂັນແບບແຜນດຸລິຍາງ, ແປຕົວອັກສອນ, ເຕັ້ນເຊຍລິດເດີຂອງໄວໜຸ່ມ ແລະກິດຈະກໍາອື່ນໆ.