ຮັບສະມາຊິກເຍົາວະຊົນ-ອະນຸຊົນທັນວາ

  ວັນທີ 1 ທັນວາ 2020 ທີ່ໂຮງຮຽນປະຖົມສົມບູນບ້ານໂກງຕາຢູນ ເມືອງທ່າແຕງ ແຂວງເຊກອງໄດ້ຈັດພິທີຮັບເອົາມະຫາຊົນທີ່ມີມາດຖານເງື່ອນໄຂຄົບຖ້ວນເຂົ້າເປັນສະມາຊິກເຍົາວະຊົນ-ອະນຸຊົນທັນວາ ໂດຍມີທ່ານ ນາງ ສີພອນ ມະນີວົງວີດີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ເມືອງທ່າແຕງ, ທ່ານ ສາຍສະໝອນ ລາດສົມພູ ອໍານວຍການໂຮງຮຽນປະຖົມສົມບູນບ້ານໂກງຕາຢູນ, ເລຂາໜ່ວຍຊາວໜຸ່ມ,ແນວລາວສ້າງຊາດ, ສະຫະພັນແມ່ຍິງອ້ອມຂ້າງ, ແຂກຮັບເຊີນພ້ອມດ້ວຍສະມາຊິກເຍົາວະຊົນ-ອະນຸຊົນທັນວາພາຍໃນໂຮງຮຽນເຂົ້າຮ່ວມ.

  ໃນພິທີໄດ້ຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານຊາວໜຸ່ມເມືອງ ທ່າແຕງ ວ່າດ້ວຍອະນຸມັດເປີດຮັບສະມາຊິກເຍົາວະຊົນ-ອະນຸຊົນທັນວາ, ໃບຮັບຮອງເອົາມະຫາຊົນທີ່ກ້າວໜ້າເຂົ້າເປັນສະມາຊິກເຍົາວະຊົນ-ອະນຸຊົນທັນວາຈໍານວນ 100 ນ້ອງ, ຍິງ 65 ນ້ອງ ແລະຂໍ້ຕົກລົງວ່າດ້ວຍການຮັບຮອງເອົາຄູຮັບຜິດ ຊອບວຽກງານເຍົາວະຊົນ-ອະນຸຊົນທັນວາຂັ້ນໂຮງຮຽນປະຖົມສົມບູນບ້ານໂກງຕາຢູນຈໍານວນ 2 ສະຫາຍ,ຍິງ 2 ສະຫາຍ, ໂດຍປະຕິບັດຕາມລະບຽບຂອງສະ ມາຊິກເຍົາວະຊົນ-ອະນຸຊົນທັນວາ ໝວດທີ 2, ມາດຕາທີ 5 ວ່າດ້ວຍມາດຖານເງື່ອນໄຂການເຂົ້າເປັນສະມາຊິກເຍົາວະຊົນທັນວາແຕ່ອາຍຸ 9-14 ປີ, ອະນຸຊົນທັນວາແຕ່ອາຍຸ 6-8 ປີ ຊຶ່ງໄດ້ແຈກຢາຍຜ້າແພແດງ,ແພຟ້າໃຫ້ສະມາຊິກເຍົາວະຊົນ-ອະນຸຊົນທັນວາຊຸດໃໝ່ໄວ້ເປັນຫຼັກຖານ, ຈາກນັ້ນສະມາຊິກເຍົາ ວະຊົນ-ອະນຸຊົນທັນວາໄດ້ພັດປ່ຽນກັນຂຶ້ນຜ່ານໃບຄຳຮ້ອງຂໍເຂົ້າເປັນສະມາຊິກເຍົາວະຊົນ-ອະນຸຊົນທັນວາຕາມລະບຽບການທີ່ວາງໄວ້.

  ໂອກາດນີ້ ທ່ານຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ທ່າແຕງ ໄດ້ມີຄໍາເຫັນເນັ້ນໃຫ້ສະມາຊິກເຍົາວະຊົນ-ອະນຸຊົນທັນວາຊຸດໃໝ່ຈົ່ງພ້ອມກັນຕັ້ງໃຈຮໍ່າຮຽນໃຫ້ເກັ່ງເປັນເດັກຄຳຮູ້ຂອງຄູ-ອາຈານ ແລະພໍ່ແມ່ເພື່ອປະກອບສ່ວນເຄື່ອນໄຫວວຽກງານຂະບວນການພາຍໃນໜ່ວຍໂຮງຮຽນ, ອອກແຮງຄົ້ນຄ້ວາບົດຮຽນ, ປະຕິບັດຄຳສອນຂອງຜູ້ນຳເປັນຕົ້ນ 6 ຮັກ 3 ຊັງ, ຂໍ້ແຂ່ງຂັນຂອງເຍົາວະຊົນ-ອະນຸ ຊົນທັນວາ 3 ດີ 4 ຮູ້ໃຫ້ກາຍເປັນຜູ້ສືບທອດພາລະກິດຂອງຊາດ, ສ່ວນຄະນະໜ່ວຍຕ້ອງປຸກລະດົມ ໃຫ້ສະມາຊິກເຂົ້າໃຈເນື້ອໃນວຽກ ງານຊາວໜຸ່ມ 4 ບຸກເພື່ອເຮັດໃຫ້ໜ່ວຍຊາວໜຸ່ມພາຍໃນໂຮງຮຽນຂອງຕົນໄດ້ຮັບນາມມະຍົດ 4 ບຸກ ຢ່າງຕໍ່ເນື່ອງ, ພາຍຫຼັງສໍາເລັດພິທີຍັງໄດ້ຈັດກິດຈະກໍາຖາມ-ຕອບຂອງບັນດານ້ອງນ້ອຍເຍົາວະຊົນ-ອະນຸຊົນທັນວາຢ່າງເປັນຂະບວນຟົດຟື້ນ.

-----

ໂດຍ: ພອນ ບຸນອຸທິດ