ສິ່ງທີ່ຄວນຮູ້ກ່ອນກິນ ໝາກຫຼອດ

  ໝາກຫຼອດອຸດົມໄປດ້ວຍສານອາຫານຫຼາຍຊະນິດດ້ວຍກັນແຄວຊຽມ ແລະຍັງມີວິຕາມິນ ຕ່າງໆກິນໄດ້ທັ້ງໜ່ວຍດິບ ແລະໜ່ວຍສຸກມີລົດຊາດສົ້ມຫວານ ຊ່ວຍໃນການຕໍ່ຕ້ານອະນຸມູນອິດສະລະໄດ້, ຊ່ວຍບຳລຸງຫົວໃຈ, ຊ່ວຍບໍາລຸງເນື້ອໜັງໃຫ້ສົມບູນ,ຊ່ວຍຄຸມທາດໃນຮ່າງກາຍ, ຊ່ວຍແກ້ພະຍາດຕາ, ຊ່ວຍແກ້ອາການປວດຮາກໄດ້, ຊ່ວຍອາການປວດຫົວ, ແກ້ອາການພິດໄຂ້, ຊ່ວຍຂັບຂີ້ກະເທີ່.

 ທັ້ງຕົ້ມໃຊ້ຕົ້ມອາບແກ້ອາການໃຈສັ່ນໄດ້, ໝາກສຸກໃຊ້ເປັນຢາລະບາຍອ່ອນໆ, ຊ່ວຍແກ້ອາການທ້ອງບິດ ແລະອາການຖອກທ້ອງຂອງເດັກນ້ອຍ, ແກ່ນປະສົມກັບເຫງົ້າໝາກນັດ ແລະຫີນສົ້ມຂະໜາດເທົ່າຫົວນິ້ວມື້ຕົ້ມນໍ້າດື່ມເປັນຊ່ວຍແກ້ໜິ້ວໄດ້, ດອກໃຊ້ແກ້ລິດສີດວງທະວານໜັກ

----

ຮຽບຮຽງໂດຍ: ຟ້າ