ເທເລີ ສະວິບ ປ່ອຍເພງໃໝ່ລົງໂຄສະນາ ແອັບຈັບຄູ່ຂອງໄຣອັນເຣໂນລ

  ແຟນໆເພງຂອງສາວປາກແດງເທເລີ ສະວິບບໍ່ຕ້ອງເດົາອີກຕໍ່ໄປແລ້ວວ່າເພງເກົ່າທີ່ລາວນໍາມາອັດສຽງໃໝ່ເພື່ອຈັດການກັບບັນຫາລິຂະສິດນັ້ນຈະເປັນແນວໃດເພາະເທເລີ ໄດ້ເປີດເຜີຍຕົວຢ່າງ ສັ້ນໆຂອງເພງຮິດຕະຫຼອດການ “Love story” ໃນໂຄສະນາແອັບຈັບຄູ່ຂອງເພື່ອນ ໄຣອັນ ເຣໂນລ ໃຫ້ໄດ້ຟັງກັນແລ້ວ.

 ນັກຮ້ອງສາວຄົນດັງຂຽນຂໍ້ຄວາມລົງໃນທະວິດເຕີວ່າ ໂອເຄ ເຖິງແມ່ນວ່າເພງຈະບໍ່ສົມບູນແຕ່ເພື່ອນໄຣອັນ ເຣໂນລ ຂໍໃຫ້ລາວ ສາມາດໃຊ້ທ່ອນໜຶ່ງຂອງເພງໃນໂຄສະນາຕະລົກທີ່ເຂົາເຮັດ ແລະນີ້ຄືສ່ວນໜຶ່ງຂອງເພງ “Love stry” ທີ່ຂ້ອຍທຸ່ມເທຢ່າງໜັກເພື່ອຈະພາ ເພງໄປຫາທຸກຄົນໃນໄວໆນີ້, ເວີຊັນໃໝ່ຂອງ “Love story” ປາກົດຂຶ້ນໃນຕອນກາງເຄິ່ງຂອງໂຄສະນາ ແລະມັນຕອບຄຳຖາມວ່າການ ບັນທຶກເພງເກົ່າຂອງລາວນັ້ນໃຊ້ອົງປະກອບທີ່ແຟນໆຄຸ້ນເຄີຍມາອັດເປັນເວີຊັນໃໝ່ ແລະນີ້ກໍຄືຂໍ້ບົ່ງ ບອກວ່າ ເທເລີຕ້ອງການຫຼີກເວັ້ນຄວາມສົນໃຈຈາກເພງໃນ 6 ອາລະບໍ້າເກົ່າຂອງລາວທີ່ເຄີຍຢູ່ພາຍໃຕ້ ສັງກັດ Big Machine ຫຼື ບໍ່.

----

ໜັງສືພິມ ເສດຖະກິດ-ສັງຄົມ