4 ສາວວົງແບັກພິງກຽມຈັດຄອນເສີດ ທາງອອນລາຍ

  ກຽມຕົວໃຫ້ຫວ່າງເອົາໄວ້ເດີສຳລັບແຟນເພງເພາະວົງເກິລກຣຸບສຸດຮອດຂອງສ.ເກົາຫຼີ ວົງແບັກພິງກຽມຈັດຄອນເສີດເປັນເທື່ອທຳອິດຂອງປີນີ້.

  ວັນທີ 3 ທັນວາທີ່ຜ່ານມາຕົ້ນສັງກັດ YG Entertainment ໄດ້ປະກາດຢ່າງເປັນທາງການວ່າວົງ ແບັກພິງ ຈະມີຄອນເສີດອອນລາຍເປັນເທື່ອທຳອິດໃນຊື່ວ່າ“YG Pal m Stage – 2020 BLACK  PINK: The Show” ຊຶ່ງຕົ້ນສັງກັດຈະຮ່ວມກັບ YouTube Mu sic ເປັນຜູ້ຈັດຄອນເສີດຄັ້ງນີ້ ຊຶ່ງຈະສະຕຣີມພ້ອມກັນໃນວັນທີ 27 ທັນວານີ້ເວລາ 2 ໂມງຕາມເວລາ ຂອງ ສ.ເກົາຫຼີ ນອກຈາກຄັ້ງນີ້ຈະເປັນຄອນເສີດອອນລາຍຄັ້ງທຳອິດຂອງວົງແບັກພິງ ແລ້ວກໍຍັງເປັນການເປີດເຜີຍໂຕຄອນເສີດອອນລາຍຂອງຄ່າຍ YG ພາຍໃຕ້ຊື່  BLACKPINK ນັ້ນຈະບອກຂ່າວດີ ແລະລາຍລະອຽດກັບແຟນເພງ ຜ່ານອີເວນລາຍສະຕຣີມໃນຊື່ “BL ACKPINK–‘The Show’   Announcement Live” ຊຶ່ງອອກອາກາດໃນວັນທີ 4 ທັນວາ ເປັນຕົ້ນໄປ.

----

ໜັງສືພິມ ເສດຖະກິດ-ສັງຄົມ