ຊາອຸດິດອາຣັບບີຈະລົງທຶນໃນອິນເດຍ 100 ຕື້ໂດລາ

   ເຈົ້າຊາຍໂມຮຳເໝັດບິນ ຊັລມານ ມົງກຸດ ຣາຊະກຸມມານ ແຫ່ງຊາອຸດິດອາຣັບບີ ປະກາດຈະ ລົງທຶນໃນອິນດຍ 100 ຕື້ໂດລາສະ ລັດພາຍໃນ 2 ປີ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ເຈົ້າຊາຍ ໂມຮຳເໝັດ ບິນ ຊັລມານ ມົງກຸດ ຣາຊະກຸມມານ ແຫ່ງ ຊາອຸດິດອາຣັບບີຊາ ອຸດິດ ພົບປະຫາລືກັບ ທ່ານ ນະເຣນ ທາ ໂມດີ ນາຍົກລັດຖະມົນຕີຂອງອິນ ເດຍ ໃນທ້າຍອາທິດທີ່ຜ່ານມາ ວ່າ ແຜນການຂອງຊາອຸດິດອາ ຣັບບີໃນການພັດທະນາລະບົບ ໂຄງສ້າງພື້ນຖານ ແລະການສົ່ງ ເສີມຄວາມຮ່ວມມືທາງການຄ້າກັບ ອິນເດຍບໍ່ຕໍ່າກວ່າ 100 ຕື້ໂດລາ ຊຶ່ງນັບຕັ້ງແຕ່ ທ່ານ ໂມດີ ຢ້ຽມ ຢາມຊາອຸດິດອາຣັບບີ ໃນປີ 2016 ລັດຖະບານຊາອຸດິດອາຣັບບີເຂົ້າ                                                              ມາລົງທຶນໃນອິນເດຍແລ້ວຫຼາຍ ກວ່າ 44 ຕື້ໂດລາ ສ່ວນໃຫຍ່ເປັນ ການລົງທຶນໃຫ້ກັບໂຄງການປີໂຕ ເຄມີໃນພາກຕາເວັນຕົກຂອງອິນ ເດຍ, ທັງນີ້ ເຈົ້າຊາຍໂມຮໍາເໝັດ ສະເດັດເຖິງນະຄອນຫຼວງ ນິວເຄຣີ   ໃນວັນທີ 19 ກຸມພາທີ່ຜ່ານມາ ແລະຈະສະເດັດຢ້ຽມຢາມຈີນເປັນ ຈຸດໝາຍປາຍທາງສຸດທ້າຍ. ລວມ ທັງ ຍັງໄດ້ຮ່ວມມືດ້ານຂໍ້ມູນຂ່າວ ລັບ ແລະການຂະຫຍາຍການຮ່ວມ ມືດ້ານການເມືອງທີ່ຈະຊ່ວຍສົ່ງ ເສີມຄວາມເຂັ້ມແຂງໃນຕໍ່ໜ້າ.

  ແຫຼ່ງຂ່າວຍັງລະບຸວ່າ ຊາອຸດີ ອາຣາມໂກ ບໍລິສັດນໍ້າມັນ ແລະ ແກ໊ສແຫ່ງຊາດຂອງຊາອຸດິດອາ ຣັບບີ ຈະລົງນາມບັນທຶກຄວາມ ເຂົ້າໃຈຫຼືເອັມໂອຢູເລື່ອງລົງທຶນ ໃນໂຮງກັ່ນນໍ້າມັນ ແລະປີໂຕຣເຄມີໃນຈີນລະຫວ່າງທີ່ເຈົ້າຊາຍໂມ ຮໍາເໝັດ ສະເດັດຢ້ຽມຢາມຈີນ.