ຍົກລະດັບການປ້ອງກັນ ແລະຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

  ກົມສັງຄົມສົງເຄາະກະຊວງແຮງງານ ແລະສະຫວັດດີການສັງຄົມຮ່ວມກັບກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດໂດຍສົມທົບກັບພະແນກແຮງ ງານ ແລະສະຫວັດດີການສັງຄົມ ແລະ ປກສ ແຂວງບໍ່ແກ້ວຈັດກອງປະຊຸມຝຶກອົບຮົມກ່ຽວກັບວຽກງານປ້ອງກັນ ແລະຊ່ວຍເຫຼືອກຸ່ມສ່ຽງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃຫ້ແກ່ຄະນະກຳມະການປົກປ້ອງ ແລະຊ່ວຍເຫຼືອເດັກຂັ້ນເມືອງ ແລະຄະນະຕາໜ່າງປົກປ້ອງເດັກຂັ້ນບ້ານຈຳນວນ 8 ບ້ານຂອງ ເມືອງປາກທາ ແຂວງບໍ່ແກ້ວ.

   ຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 7 ທັນວາ 2020 ທີ່ສະໂມສອນຂອງເມືອງໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄຳຈັນ ອິນທະຈັກ ຮອງເລຂາພັກເມືອງປະທານກວດກາພັກ-ລັດເມືອງ, ທ່ານ ວົງຄຳ ພັນທະນຸວົງ ຮອງຫົວໜ້າກົມສັງຄົມສົງເຄາະກະຊວງແຮງງານ ແລະສະຫວັດດີການສັງຄົມ, ທ່ານ ໂພເພັດ ບຸນທອງ ຮອງຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມ ແຂວງບໍ່ແກ້ວ, ມີບັນດາຄູຝຶກ, ພາກສ່ວນທີ່ກ່ຽວຂ້ອງ ແລະສຳມະນາກອນຈຳນວນ 8 ບ້ານເຂົ້າ ຮ່ວມທັງໝົດ 63 ທ່ານ.

  ຊຸດຝຶກອົບຮົມໃນຄັ້ງນີ້, ສຳມະນາກອນຈະໄດ້ຮຽນຮູ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານການຕ້ານການຄ້າມະນຸດຢູ່ແຂວງບໍ່ແກ້ວ, ການເຄື່ອນຍ້າຍ, ສາເຫດຂອງການເຄື່ອນຍ້າຍ ແລະວິທີການເຄື່ອນຍ້າຍ,ການຈັດຕັ້ງປະຕິບັດວຽກງານປົກປ້ອງ ແລະຊ່ວຍເຫຼືອເດັກທີ່ຕ້ອງການ-ການປົກປ້ອງພິເສດເປັນຕົ້ນ: ເດັກກຳພ້າ-ກຳພອຍ, ເດັກຖືກປະລະ, ເດັກຖືກເຄາະຮ້າຍຈາກການຄ້າມະນຸດ,ເດັກດ້ອຍໂອກາດ, ພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຄະນະຕາໜ່າງປົກປ້ອງ ແລະ ຊ່ວຍເຫຼືອເດັກຂັ້ນບ້ານ.

  ທັງນີ້ກໍ່ເພື່ອສ້າງຄວາມອາດສາມາດໃຫ້ແກ່ຄະນະກຳມະການປົກປ້ອງ ແລະຊ່ວຍເຫຼືອເດັກຂັ້ນເມືອງ ແລະຄະນະຕາໜ່າງປົກປ້ອງເດັກຂັ້ນບ້ານໃຫ້ມີຄວາມຮັບຮູ້, ເອົາ ໃຈ ແລະ ປະຕິບັດຕາມພາລະບົດບາດຂອງຕົນຄື: ຕິດຕາມເບິ່ງເດັກທີ່ຂາດຄວາມເຂົ້າໃຈໃສ່ເບິ່ງແຍງລ້ຽງດູ, ເກັບກຳຂໍ້ມູນສະຖິຕິເດັກທີ່ຕ້ອງການປົກປ້ອງພິເສດ ແລະເດັກທີ່ມີຄວາມສ່ຽງ, ໃຫ້ຄຳປຶກສາ, ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງກັບວຽກງານປົກປ້ອງ ແລະຊ່ວຍເຫຼືອເດັກ ແລະໂຄສະນາປູກຈິດສຳນຶກໃຫ້ແກ່ຊຸມຊົນກ່ຽວກັບສິດທິເດັກ,ການປົກປ້ອງ-ຊ່ວຍເຫຼືອເດັກ, ບັນຫາການໃຊ້ຄວາມຮຸນແຮງຕໍ່ເດັກ, ການຕ້ານ ແລະສະກັດກັ້ນການຄ້າມະນຸດເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບສຸກທັງເປັນການຕ້ານປາກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງໂດຍສະເພາະເມືອງປາກທາໃຫ້ມີຄວາມສະຫງົບໂດຍພື້ນຖານ.

---------------

ຂ່າວ: ວັນນະເດດ ວິໄລຄຸນ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ