ມສ ນໍ້າເງິນ ແຂ່ງຂັນຖາມ-ຕອບຄວາມຮູ້ວິທະຍາສາດ

  ໂຮງຮຽນ ມສ ນໍ້າເງິນ ເມືອງເງິນ ແຂວງໄຊຍະບູລີ ຈັດກິດຈະກຳງານແຂ່ງຂັນຖາມ-ຕອບຄວາມຮູ້ວິທະຍາສາດ, ປະກວດສື່ການຮຽນ-ການສອນ ແລະຮູບແຕ້ມຂອງໂຮງຮຽນໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 25 ພະຈິກຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານນາງ ທອງມາ ໄຊຊະນະ ອຳນວຍການໂຮງຮຽນ ມສ ນໍ້າເງິນ, ເຂົ້າຮ່ວມມີທ່ານ ສີສະຫວັດ ພົມມະເສນ ຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ, ມີປະທານສະມາຄົມພໍ່ແມ່ນັກຮຽນ, ຄູ-ອາຈານ, ແຂກຖືກເຊີນ ແລະນ້ອງນັກຮຽນເຂົ້າຮ່ວມ.

  ທ່ານນາງ ທອງມາ ໄຊຊະນະ ອໍານວຍການໂຮງຮຽນ ມສ ນໍ້າເງິນໃນນາມປະທານຈັດງານແຂ່ງຂັນວ່າ: ງານແຂ່ງຂັນຖາມ-ຕອບຄວາມຮູ້ວິທະຍາສາດ, ປະກວດສື່ການຮຽນ-ການສອນ ແລະຮູບແຕ້ມຂອງໂຮງຮຽນ ມສ ນໍ້າເງິນ ໃນຄັ້ງນີ້ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 35 ທີມໆລະ 3 ນ້ອງ ໃນນີ້ທີມແຂ່ງຂັນຖາມ-ຕອບ 14 ທີມ, ທີມປະກວດສື່ການຮຽນ-ການສອນ 14 ທີມ, ແຂ່ງຂັນຮູບແຕ້ມ 7 ທີມ ຊຶ່ງເປັນທີມມາຈາກຫ້ອງ ມ1- ມ7 ການແຂ່ງຂັນແມ່ນດຳເນີນໄປດ້ວຍບັນຍາກາດຟົດຟື້ນສະແດງອອກການຕອບຄຳຖາມ, ຄວາມກ້າຫານ, ການສະແດງທັກສະ, ໄຫວພິກ ແລະຄວາມສາມັກຄີຂອງນ້ອງນັກຮຽນ.

  ສຳລັບຜົນການແຂ່ງຂັນຕອບ-ຖາມຄວາມຮູ້ວິທະຍາສາດທີ 1 ໄດ້ແກ່ຫ້ອງ ມ4/1, ທີ 2 ຫ້ອງ ມ6/1, ທີ 3 ໄດ້ແກ່ຫ້ອງ ມ4/2, ຜົນການປະກວດສື່ການຮຽນ-ການສອນຊັ້ນມຕົ້ນທີ 1 ໄດ້ແກ່ຫ້ອງ ມ2/1 ທີ 1 ຊັ້ນມປາຍໄດ້ຫ້ອງ 6/1, ຜົນ ປະກວດຮູບແຕ້ມທີ 1 ໄດ້ແກ່ຫ້ອງ ມ 4/2.

 ທັງນີ້ກໍເພື່ອເປັນການສ້າງຂະບວນການຮຽນ-ການສອນໃຫ້ເປັນຂະບວນຟົດຟື້ນຮັບປະກັນໃຫ້ໄດ້ທັງປະລິມານ ແລະຄຸນນະພາບ, ເພື່ອຊຸກຍູ້ໃຫ້ນັກຮຽນໄດ້ຄົ້ນຄວ້າຫາຄວາມຮູ້ ແລະ ປະສົບການອັນໃໝ່ໆ, ການສະແດງອອກຂອງນັກຮຽນອີກຢ່າງໜຶ່ງກໍ່ເພື່ອຄັດເລືອກຕົວແທນຂອງໂຮງຮຽນເຂົ້າຮ່ວມແຂ່ງຂັນງານແຂ່ງຂັນຖາມ-ຕອບ ຄວາມຮູ້ວິທະຍາສາດຂັ້ນເມືອງທີ່ຈະໄດ້ຈັດຂຶ້ນໃນຕໍ່ໜ້ານີ້.