4 ມະຫາວິທະຍາໄລ ຄົ້ນຄວ້າວິທະຍາສາດການສຶກສາແຫ່ງຊາດ

  ເມື່ອບໍ່ດົນມານີ້ທີ່ຫ້ອງປະຊຸມຂອງມະຫາວິທະຍາໄລສະຫວັນນະເຂດບັນດາຄະນະຄູ-ອາຈານທີ່ມາຈາກຄະນະສຶກສາສາດຂອງ 4 ມະຫາວິທະຍາໄລຄື: ມະຫາວິທະ ຍາໄລແຫ່ງຊາດ, ມະຫາວິທະຍາໄລສະຫວັນນະເຂດ,ມະຫາວິທະຍາໄລສຸພານຸວົງ ແລະມະຫາວິທະຍາໄລຈຳປາສັກໄດ້ເຂົ້າຮ່ວມກອງປະຊຸມເຜີຍແຜ່ຄົ້ນຄວ້າວິທະຍາ ສາດການສຶກສາແຫ່ງຊາດ, ຈຸດສົງຂອງການຈັດກອງປະຊຸມຄັ້ງນີ້ກໍ່ເພື່ອສຶກສາປະສິດທິພາບຂອງການນຳໃຊ້ບົດຮຽນຕ່າງໆ ເຂົ້າໃນການຮຽນ-ການສອນ ແລະ ການຖອດຖອນບົດຮຽນເຊິ່ງກັນ ແລະກັນລະຫວ່າງຄະນະສຶກສາສາດຈາກມະຫາວິທະຍາໄລແຫ່ງຕ່າງໆເພື່ອນຳມາປັບໃຊ້ເຂົ້າໃນການຮຽນ-ການສອນໃນຄະນະສຶກສາສາດຂອງແຕ່ລະມະຫາວິທະຍາໄລໃຫ້ເໝາະສົມ.

  ເຂົ້າຮ່ວມໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ສຸລິຍົງ ໄຊໂກສີ ວ່າການອະທິການບໍດີມະຫາວິທະຍາໄລສະ ຫວັນນະເຂດພ້ອມດ້ວຍຄະນະສຶກສາສາດຈາກ 4 ມະຫາວິທະຍາໄລພ້ອມດ້ວຍຕົວແທນຈາກວິທະຍາໄລຄູແຫ່ງຕ່າງໆໃນທົ່ວປະເທດເຂົ້າຮ່ວມ.

  ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ແບ່ງຫ້ອງຮຽນອອກເປັນ 4 ຫ້ອງ ເພື່ອຄົ້ນຄວ້າແລ້ວໃຫ້ຜູ້ແທນກອງປະຊຸມແຕ່ລະແຂວງໄດ້ສະເໜີຜົນການຄົ້ນຄວ້າວິໄຈຂອງຕົນນຳອອກມາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນເປັນຕົ້ນ: ຜົນການນຳໃຊ້ E-Learning ເຂົ້າໃນການຮຽນ-ການສອນໃນຊ່ວງລະບາດ ໂຄວິດ-19, ປຽບທຽບການນຳໃຊ້ທິດສະດີການສອນດົນຕີຂອງໂຊຕານໂຄດາຍ, ການພັດທະນາຊຸດກິດຈະກຳການຮຽນຮູ້ຕາມຍຸດທະວິທີເມຕາຄັອກນີຊັນເພື່ອສົ່ງເສີມການອ່ານພາສາອັງກິດ, ນອກນັ້ນ ຍັງມີການຈັດການຮຽນ-ການສອນ ໂດຍນຳໃຊ້ Google Class Room ໃນວິຊາໄອຊີທີສຳລັບນັກສຶກສາຄູປະຖົມວິທະຍາໄລຄູປາກເຊ, ການພັດທະນາກິດຈະກຳການ ຮຽນ-ການສອນຄະນິດສາດກ່ຽວກັບສະຖິຕິທີ່ເນັ້ນໃຫ້ນັກຮຽນເປັນຜູ້ສ້າງຄວາມຮູ້ດ້ວຍຕົນເອງໂດຍໃຊ້ຮູບແບບທີມແຂ່ງຂັນ, ສຶກສາຜົນການນຳໃຊ້ວິທີສິດສອນແບບ SQ 3R, ນອກນັ້ນຍັງມີຫຼາຍໆຫົວຂໍ້ທີ່ເປັນຫົວຂໍ້ສຳຄັນເພື່ອນຳມາແລກປ່ຽນເຊິ່ງກັນ ແລະກັນລະຫວ່າງ 4 ມະຫາວິທະຍາໄລ.

---------

ຂຽນໂດຍ: ຂ່າວສະຫວັນ 

ຮູບພາບໜັງສືພິມເສດຖະກິດ-ສັງຄົມ