ຫຼຸດກິ່ນຕົວ ແລະເຫື່ອອອກຫຼາຍ

  ເມື່ອພົບກັບອາກາດຮ້ອນ ຫຼື ຫຼັງຈາກທີ່ອອກກໍາລັງກາຍແລ້ວເຮົາຈະຕ້ອງພົບກັບເຫື່ອ ຊຶ່ງແຕ່ລະຄົນຈະມີເຫື່ອຫຼາຍ ແລະໜ້ອຍແຕກຕ່າງກັນເພາະມັນຂຶ້ນກັບສະພາບຮ່າງກາຍຂອງແຕ່ລະຄົນ ແລະກິດຈະກໍາທີ່ເຮັດໃນແຕ່ລະມື້ສໍາລັບຄົນທີ່ມີເຫື່ອຫຼາຍຈົນເຮັດໃຫ້ມີກິ່ນຕົວ ແລະຮູ້ສຶກອຶດອັດຂາດຄວາມໝັ້ນໃຈໃນສະບັບນີ້ເຮົາຈະນໍາເອົາເຄັດລັບຫຼຸດເຫື່ອມາແນະນໍາໃຫ້ທຸກຄົນໄດ້ຮູ້ກັນ.

 . ໃຊ້ຜະລິດຕະພັນດັບກິ່ນຕົວ ຊຶ່ງມັນຈະຊ່ວຍຫຼຸດການເກີດເຫື່ອ ແລະຫຼຸດກິ່ນຕົວລົງໄດ້.

. ດື່ມນໍ້າຫຼາຍໆ ເພາະການດື່ມນໍ້າຈະຊ່ວຍຫຼຸດອຸນຫະພູມໃນຮ່າງກາຍເຮັດໃຫ້ເຫື່ອອອກໜ້ອຍລົງ ແລະຊ່ວຍຄາຍຄວາມຮ້ອນໄດ້ເປັນຢ່າງດີ.

. ບໍ່ຄວນໃສ່ເຄື່ອງນຸ່ງທີ່ຄັບເກີນໄປຄວນນຸ່ງເຄື່ອງຫຼວມໆຈະເຮັດໃຫ້ອາກາດຖ່າຍເທໄດ້ດີຂຶ້ນ ແລະຜ້າທີ່ມີຄວາມເບົາບາງຈະເຮັດໃຫ້ດູດຊຶມເຫື່ອໄດ້ດີ.

. ເລືອກກິນອາຫານ ແລະໝາກໄມ້ທີ່ມີປະໂຫຍດເຊັ່ນ: ໝາກເລັ່ນ,  ໝາກນັດ, ໝາກໂມ ຊຶ່ງຈະເຮັດໃຫ້ ເຫື່ອອອກໜ້ອຍລົງ ແລະຄາຍຮ້ອນໄດ້ເປັນຢ່າງດີ.

----

ຮຽບຮຽງໂດຍ: ຟ້າ