ວົງບີທີເອສ ສ້າງປະຫວັດສາດໄດ້ຮັບ 4 ລາງວັນ 2020 ມາມາ

  ສຳເລັດລົງໄປແລ້ວສຳລັບງານປະກາດລາງວັນທາງດົນຕີສຸດຍິ່ງໃຫຍ່ຂອງອາຊີກັບງານ 2020 Mnet Asian Music ຫຼື 2020 ມາມາທີ່ຈັດຂຶ້ນໃນວັນທີ 6 ທັນວາ ທີ່ເມືອງພາຈູຂອງ ສ.ເກົາຫຼີ ພາຍໃຕ້ຄອນເຊັບ New-Topia ຊຶ່ງປີ ນີ້ຈັດຂຶ້ນໃນຮູບແບບອອນລາຍເພື່ອຄວາມປອດໄພທາມກາງສະຖານະການໆແຜ່ລະບາດຂອງເຊື້ອໂຄວິດ-19 ໂດຍມີ ຊົງຈຸງກິ ຮັບໜ້າທີ່ເປັນພິທີກອນດຳເນີນລາຍການອີກຄັ້ງໃນຮອບ 2 ປີ.

  ສໍາລັບຜົນການປະກາດລາງວັນ 2020 ມາມາ ໃນປີນີ້ມີບັນດາສີລະປິນຈຳນວນຫຼວງຫຼາຍທີ່ໄດ້ຮັບລາງວັນກັບບ້ານໄປຄອງ ໂດຍສະເພາະບອຍແບນ ສ.ເກົາຫຼີ ວົງ ບີທີ ເອສ ທີ່ສ້າງປະຫວັດສາດໄດ້ຮັບລາງວັນທັງ 4 ສາຂາໄປເປັນເວລາ 2 ປີຊ້ອນ ພ້ອມກັບລາງວັນອື່ນໆ ອີກຫຼວງຫຼາຍນອກຈາກນີ້ ວົງບີທີ ເອສ ຍັງໄດ້ເປັນສີລະປິນກຸ່ມທຳອິດທີ່ທຳລາຍສະຖິຕິຄອງລາງວັນແດຊັງສາຂາ Artist of the Year ຕິດຕໍ່ກັນເປັນເວລາ 5 ປີຊ້ອນນັບຕັ້ງແຕ່ປີ 2016-2020 ອີກດ້ວຍ.

 ----

ໜັງສືພິມ ເສດຖະກິດ-ສັງຄົມ