ຄຳ​ແນະນຳ​ເບື້ອງ​ຕົ້ນ​ຫາກ​ສົງ​ໄສ​ວ່າ​ຂໍ້​ມູນ​ສ່ວນ​ຕົວ​ໃນ​ໂລກອອນລາຍຮົ່ວໄຫຼ

  ທຸກ​ວັນ​ນີ້​ການ​ມີ​ຕົວ​ຕົນ​ໃນ​ໂລກ​ອອນ​ລາຍ​ບໍ່​ພຽງ​ແຕ່​ບໍ່​ປອດ​ໄພ​ເທົ່າ​ນັ້ນແຕ່​ໃນ​ບາງ​ໂອກາດ​ກໍ​ເຖິງ​ຂັ້ນ​ອັນຕະລາຍ​ເພາະ​ເຮົາ​ບໍ່​ອາດ​ຮູ້​ໄດ້​ວ່າໂຊ​ຊຽລມີ​ເດຍທີ່​ເຮົາ​ໃຊ້​ຢູ່​ນັ້ນລວມທັງ​ອຸປະກອນ​ເຕັກ​ໂນ​ໂລ​ຊີ​ສຸດ​ລໍ້າທັງຫຼາຍ​ທີ່​ຢູ່ລາຍ​ລ້ອມ​ຕົວ​ເຮົາ​ເກັບ​ບັນທຶກ​ຂໍ້​ມູນ​ສ່ວນ​ຕົວ​ຫຍັງ​ຂອງ​ເຮົາ​ໄວ້​ແດ່ ​ແລະ​ ທີ່​ສຳຄັນ​ໃຜ​ຫຼາຍ​ຄົນ​ຍັງ​ບໍ່​ຮູ້​ຄື”​ ເຮົາ​ຖືກ​ເກັບ​ຂໍ້​ມູນ​ຢູ່​ຕະຫຼອດ​ເວລາ”.

 ຂໍ້​ມູນ​ທີ່​ມິດສາຊີບ​ຈະ​ໄດ້​ຈາກເຮົາ​ໃນ​ທຸກໆ​ອະລິຍະ​ບົດ​ກໍ​ມີ​ຕັ້ງແຕ່​ທີ່ຢູ່ ອາຍຸ ​ເພດ ຄວາມ​ສຳພັນ ລະດັບ​ການ​ສຶກສາຄວາມ​ສົນໃຈ ນິໄສ ສິນຄ້າ​ທີ່​ມັກ ສຸຂະພາບເຄື່ອງ ຂອງ​ທີ່​ໃຊ້​ຢູ່ ໃຊ້​ເວລາ​ເຮັດ​ຫຍັງຫຼາຍ​ທີ່​ສຸດ ລວມທັງ​ມິ​ຕິ​ທາງ​ການ​ເງິນບອກ​ໄດ້​ວ່າໄດ້​ປະຫວັດສ່ວນຕົວ​ຂອງ​ເຮົາ​ທຸກ​ຢ່າງຂໍ້​ມູນ​ຕັ້ງຂະໜາດ​ນີ້​ສາມາດ​ເອົາ​ໄປ​ເຮັດ​ຫຍັງ​ໄດ້​ຢ່າງ​ມະ ຫາສານ​ເລີຍ Tonkit360 ຈຶ່ງ​ມີ​ຄຳ​ແນະນຳ​ຫາກ​ທ່ານ​ສົງ​ໄສ​ວ່າ​ທ່ານ​ເປັນ​ໜຶ່ງ​ໃນ​ເຫຍື່ອ​ຂໍ້​ມູນ​ສ່ວນ​ຕົວ​ຫຼຸດ​ສູ່​ມື​ມິດສາຊີບ​ມາ​ຝາກ (ຫຼື​ ຍັງ​ບໍ່​ຫຼຸດທ່ານ​ກໍ​ຄວນ​ປ້ອງ​ກັນ​ໄວ້) ມີດັ່ງນີ້: 1. ປ່ຽນ​ລະຫັດ​ຜ່ານ​ທັນທີ 2. ກວດສອບ​ຄວາມ​ຖືກຕ້ອງ​ຂອງແຫຼ່ງທີ່​ມາ​ຂອງ​ຂ່າວ 3. ຕັດ​ການ​ເຊື່ອມ​ຕໍ່​ກັບ​ຂໍ້​ມູນ​ດ້ານ​ການ​ເງິນ 4. ຢູ່ໃນໂໝດລະວັງ​ໄພ​ໃຫ້​ຫຼາຍ​ຂຶ້ນ 5. ໝັ່ນ​ສັງ​ເກດ​ ແລະ​ກວດ​ສອບ​ຄວາມ​ຜິດ​ປົກກະຕິ​ທີ່​ເກີດ​ຂຶ້ນ​ກັບ​ບັນຊີ​ຜູ້​ໃຊ້​ງານ​ຂອງ​ທ່ານ.