ພາກການຜະລິດເອີໂຣໂຊນຫຼຸດລົງສູ່ພາວະຫົດຕົວ

  ຜົນການສຳຫຼວດໃນເອີໂຣໂຊນມີລາຍງານໃນທ້າຍອາທິດທີ່ຜ່ານມາວ່າ ພາກການຜະລິດໃນ ກຸ່ມປະເທດຜູ້ໃຊ້ສະກຸນເງິນເອີໂຣ(ເອີໂຣໂຊນ) ເຂົ້າສູ່ໄລຍະຫົດຕົວ ໃນເດືອນກຸມພາ ຂະນະທີ່ຂະແໜງ ອຸດສາຫະກຳຍັງຫຼຸດລົງໃນເຢຍ ລະມັນເພື່ອລໍຖ້າຕິດຕາມພາວະ ເສດຖະກິດເອີຣົບ.

   ຕາມຂ່າວຕ່າງປະເທດລາຍ ງານວ່າ ບໍລິສັດໄອເອຊເອສມາກິດ ລາຍງານຂໍ້ມູນພົບວ່າ ການຂະ ຫຍາຍຕົວຂອງຂະແໜງການບໍລິການມີສ່ວນຊ່ວຍກະຕຸ້ນຂະແໜງ ທຸລະກິດ ແຕ່ເສດຖະກິດຂອງເອີ ໂຣໂຊນຍັງຢູ່ໃນພາວະຢຸດຊະງັກຈາກຂະແໜງອຸດສາຫະກຳໂດຍ ລວມ ຊຶ່ງ ໄອເອຊເອສມາກິດ ລາຍ ງານອ້າງອິງການລວບລວມຂໍ້ມູນຕ່າງໆເຊັ່ນ: ຄວາມກັງວົນເລື່ອງ ສົງຄາມການຄ້າໂລກ ແລະອຸດສາ ຫະກຳລົດງຽບເຫງົາສ້າງຄວາມ ກັງວົນຫຼາຍໃນເຢຍລະມັນດັດຊະ ນີຜູ້ຈັດການຝ່າຍຈັດຊື້ (ພີເອັມໄອ) ສຳລັບການຜະລິດຫຼຸດລົງຈຸລະດັບ 49,2 ໃນເດືອນກຸມພາຕໍ່າກວ່າ ລະດັບ 50 ທີ່ເປັນສັນຍານວ່າ ກິດຈະກຳຫົດຕົວ.

  ຈາກຂໍ້ມູນບັນຫາໃນຂະແໜງ ການຜະລິດຕ່າງໆເຮັດໃຫ້ໃນ ເດືອນນີ້ຄະນະກຳມາທິການເອີ ຣົບປັບຫຼຸດທ່າອຽງການຂະຫຍາຍ ຕົວຂອງເສດຖະກິດເອີໂຣໂຊນປີ 2019 ເປັນ 1,3%.