ແດນຽວ ເຜີຍສາເຫດທີ່ໄມ້ກາຍະສິດຫັກ ຫຼາຍອັນລະຫວ່າງຖ່າຍທຳ

   ພໍ່ມົດໜຸ່ມ ແດນຽວ ແຣດຄລິບ ເຜີຍຄວາມລັບວ່າລະຫວ່າງການຖ່າຍທຳຮູບເງົາເລື່ອງ ແຮຣີ່ ພອດເຕີ ທັງ 8 ພາກວ່າລາວເຮັດໄມ້ກາຍະສິດຫັກໄປຫຼາຍແທ່ງຊຶ່ງສາ ເຫດຂອງການຫັກນັ້ນມັນຂ້ອນຂ້າງເຫັນແກ່ຕົວ.

  ແດນຽວ ບອກໃນລາຍການທາງຊື່ດັງທາງຊ່ອງຢູທູບຂະນະນັ່ງກິນປີກໄກ່ສະໄປຊີວ່າ ໄມ້ກາຍະສິດຫັກເພາະຂ້ອຍໃຊ້ມັນເໝືອນໄມ້ຕີກອງຕີຂາຕົວເອງຕະຫຼອດເວລາຊຶ່ງທຸກໆ 3-4 ອາທິດມັນກໍເລີ່ມຈະບາງລົງຈົນເຖິງຈຸດມັນຫັກ ຊຶ່ງກໍບອກກັບຫົວໜ້າວ່າຂໍໂທດຫຼາຍໆ ແລະລາວກໍແນມໜ້າຂ້ອຍຂໍເຖາະຢຸດໃຊ້ມັນເປັນໄມ້ຕີກອງສາ ແລະດ້ວຍຄາແລກເຕີຂອງແຮຣີ່ ທີ່ຕ້ອງໃສ່ແວ່ນຕາຕະຫຼອດຈຶ່ງມີຂ່າວອອກມາວ່າ ແດນຽວໜ້າຈະເຮັດແວ່ນຕາຫັກເປັນຮ້ອຍອັນຊຶ່ງລາວກໍຮີບແຈ້ງເລື່ອງນີ້ວ່າ ບໍ່ຈິງຂ່າວນັ້ນ ເປັນເກີນຄວາມຈິງໄປຫຼາຍແວ່ນທີ່ຂ້ອຍໃສ່ແຂງແຮງເດີຂ້ອຍບໍ່ຄິດວ່າຂ້ອຍເຮັດມັນແຕກຕະຫຼອດຂະໜາດນັ້ນປະຈຸບັນແດນຽວກຳລັງມີຜົນງານຮູບເງົາເລື່ອງ Escape  From Pretoria ສ້າງມາຈາກເລື່ອງຈິງໃນປີ 1979 ຂອງນັກໂທດທາງການເມືອງທີ່ຫຼົບໜີອອກຈາກຄຸກພຣິກທໍຣີ.