5 ປີ ເກັບລາຍຮັບເຂົ້າງົບປະມານໄດ້ 1,2 ແສນຕື້ກີບ

  ຕະຫຼອດໄລຍະ 5 ປີຜ່ານມາກະຊວງການເງິນໄດ້ເອົາໃຈໃສ່ຢ່າງຂຸ້ນຂ້ຽວໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໂດຍໄດ້ລົງຊຸກຍູ້ບັນດາຫົວໜ່ວຍທຸລະກິດ, ຂະແໜງການທີ່ກ່ຽວຂ້ອງເພື່ອເຮັດໃຫ້ການເກັບລາຍຮັບບັນລຸແຜນການຊຶ່ງລາຍຮັບທັງໝົດ 5 ປີ ສາມາດປະຕິບັດໄດ້ 1,2 ແສນຕື້ກີບ ເທົ່າກັບ 98,4% ຂອງແຜນ ການດັດແກ້, ສ່ວນລາຍຈ່າຍປະຕິບັດໄດ້ 1,56 ແສນຕື້ກີບ.

  ອີງຕາມບົດລາຍງານໃນກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງການເງິນໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາກະຊວງການເງິນໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດໃນແຕ່ລະປີເພື່ອຕອບສະໜອງໃຫ້ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີVIII (2016-2020) ຊຶ່ງລາຍຮັບທັງໝົດ 5 ປີ ຜ່ານມາ ສາມາດປະຕິບັດໄດ້ 120.422 ຕື້ກີບເທົ່າກັບ 98,4% ຂອງແຜນດັດແກ້, ທຽບໃສ່ 5 ປີຄັ້ງທີ VII ເພີ່ມຂຶ້ນ 20%, ພົ້ນເດັ່ນແມ່ນສາມາດປະຕິບັດລາຍຮັບໄດ້ເກີນແຜນ 2 ປີ ລຽນຕິດຄື: ໃນປີ 2018 ປະຕິບັດໄດ້ 101,26% ຂອງແຜນການປີ ແລະ ປີ 2019 ປະຕິບັດໄດ້ 100, 46% ຂອງແຜນການປີທີ່ສະພາ ແຫ່ງຊາດຮັບຮອງ.

 ດ້ານລາຍຈ່າຍສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 156.351 ຕື້ກີບ ທຽບໃສ່ 5 ປີ ກ່ອນເພີ່ມຂຶ້ນເຖິງ 48% ຊຶ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ໄດ້ປັບປຸງໂຄງສ້າງງົບປະມານ ແລະເຮັດໃຫ້ການຄຸ້ມຄອງການດຸ່ນດ່ຽງມີທ່າອ່ຽງຫຼຸດລົງຢ່າງຕັ້ງໜ້າຈາກປີ 2017 ການຂາດດຸນ 5, 49% ຂອງຈີດີພີຫຼຸດ ລົງເຫຼືອ 2, 44% ຂອງຈີດີພີໃນປີ 2019, ແຕ່ ສຳລັບປີ 2020 ເນື່ອງຈາກໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຊຶ່ງຄາດວ່າການຂາດດຸນຈະເພີ່ມຂຶ້ນເປັນ 5,69% ຂອງຈີດີພີ.

  ນອກນັ້ນຍັງໄດ້ປັບປຸງກົນໄກການຄຸ້ມຄອງລາຍຮັບຕາມທິດຫັນຄຸ້ມຄອງຕາມສາຍຕັ້ງ, ລວມສູນງົບປະມານແຫ່ງລັດຕາມກົດໝາຍ ແລະລະບຽບການ,ມີການສຳຫຼວດ ຖານລາຍຮັບຄືນໃໝ່ໃນຂອບເຂດທົ່ວປະເທດ, ດຳເນີນການບັນທຶກຂໍ້ມູນຖານລາຍຮັບເຂົ້າໃນຖານຂໍ້ມູນທີ່ທັນສະໄໝ ແລະ ເປັນລະບົບຄົບຊຸດ, ປັບປຸງກົນໄກແຈ້ງ-ການ ມອບພັນທະພາສີ-ອາກອນດ້ວຍຕົນເອງຂອງຜູ້ປະກອບການຜ່ານລະບົບທັນສະໄໝ,ປັບປຸງຮູບແບບການສ້າງແຜນລາຍຈ່າຍງົບປະມານຕາມຄວາມອາດສາມາດໃນການຈັດເກັບລາຍຮັບຕົວຈິງເພື່ອຫຼຸດຜ່ອນການຂາດດຸນງົບປະມານ.