ຄາດວ່າປະເທດທຸກຍາກອາດໝົດສິດຊື້ວັກແຊງ ໂຄວິດ

  ຄາດວ່າ ໃນປີ 2021 ວັກແຊງຕ້ານໂຄວິດ-19 ຈະຕົກເຖິງມືປະຊາຊົນໃນປະເທດທຸກຍາກພຽງ 10% ເທົ່ານັ້ນເນື່ອງຈາກສ່ວນໃຫຍ່ຈະຖືກກັກເກັບໄວ້ກັບປະເທດທີ່ຮັ່ງມີ.
  ຕາມຂ່າວຕ່າງປະເທດລາຍງານວ່າກຸ່ມພັນທະມິດວັກແຊງເພື່ອປະຊາຊົນ (PVA) ອອກຖະແຫຼງການໃນວັນທີ 8 ທັນວາທີ່ຜ່ານມາເຕືອນວ່າປະຊາຊົນໃນປະເທດທຸກ ຍາກມີທ່າອຽງທີ່ຈະບໍ່ໄດ້ຮັບວັກແຊງຕ້ານໂຄວິດ-19 ທີ່ມີຄວາມປອດໄພ ແລະມີປະສິດທິພາບເປັນເວລາດົນຫຼາຍປີເນື່ອງຈາກກຸ່ມປະເທດຮັ່ງມີໄດ້ພາກັນກັກຕຸນວັກແຊງ ດັ່ງກ່າວຫຼາຍເກີນຄວາມຈຳເປັນ, ໂດຍລະບຸວ່າກຸ່ມປະເທດຮັ່ງມີໄດ້ພາກັນຊື້ວັກແຊງທີ່ພຽງພໍສຳລັບສັກໃຫ້ປະຊາຊົນຂອງຕົນເອງເກືອບ 3 ເທົ່າພາຍໃນທ້າຍປີ 2021, ຊຶ່ງການາດາເປັນປະເທດທີ່ມີການກັກຕຸນວັກແຊງຫຼາຍທີ່ສຸດໃນໂລກໂດຍມີພຽງພໍສັກໃຫ້ປະຊາຊົນທຸກຄົນຫຼາຍກວ່າ 5 ເທົ່າ ເມື່ອທຽບກັບປະເທດທີ່ມີລາຍໄດ້ຕໍ່າເກືອບ 70 ປະເທດທີ່ສາມາດສັກວັກແຊງໃຫ້ກັບປະຊາຊົນໄດ້ພຽງ 1 ໃນ 10 ຂອງປະຊາກອນທັງໝົດໃນປີໜ້າ.

  ຢ່າງໃດກໍຕາມມີລາຍງານວ່າການາດາກຳລັງເຈລະຈາກັບລັດຖະບານບາງປະເທດກ່ຽວກັບແຜນການບໍລິຈາກວັກແຊງບາງສ່ວນໃຫ້ກັບກຸ່ມປະເທດທຸກຍາກ,ໂດຍ PVA ເປີດເຜີຍຂະນະນີ້ວັກແຊງຈຳນວນ 96% ຂອງໄຟເຊີ-ໄບອອນເທກ ແລະ ວັກແຊງທັງໝົດ 100% ຂອງໂມເດີນາໄດ້ຖືກປະເທດຮັ່ງມີຈັບຈອງແລ້ວຂະນະທີ່ບໍລິສັດແອສ ຕ້າເຊນເນກ້າໃຫ້ຄຳໝັ້ນວ່າຈະຈັດສັນວັກແຊງຈຳນວນ 64% ໃຫ້ກັບປະເທດກຳລັງພັດທະນາ.