ເອດີບີ ຄາດການຂະຫຍາຍຕົວຂອງປະເທດກຳລັງພັດທະນາໃນອາຊີ ຢູ່ທີ່ 6,8% ໃນປີ 2021

 ອີງຕາມບົດລາຍງານຂອງທະນາຄານພັດທະນາອາຊີ (A DB) ທີ່ໄດ້ເຜີຍແຜ່ໃນວັນທີ 10 ທັນວາ 2020 ທີ່ນະຄອນຫຼວງມະນີລາປະເທດຟິລິບປິນ,ການຂະຫຍາຍໂຕທາງເສດຖະກິດໃນບັນດາປະເທດທີ່ກຳລັງພັດທະນາໃນພາກພື້ນອາຊີແມ່ນຄາດວ່າຈະຕິດລົບ 0,4% ໃນປີນີ້ກ່ອນທີ່ຈະກັບມາຂະຫຍາຍໂຕທີ່ອັດຕາ 6,8% ໃນປີ 2021 ເນື່ອງຈາກພາກພື້ນນີ້ເດີນໜ້າສູ່ການຟື້ນໂຕຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ (COVID-19).

   ການຄາດຄະເນໃໝ່ຕໍ່ກັບອັດຕາການເຕີບໂຕທາງເສດຖະກິດທີ່ໄດ້ນໍາສະເໜີໃນບົດລາຍງານເພີ່ມເຕີມຊຶ່ງມີຊື່ວ່າ: ການຄາດຄະເນການພັດທະນາຂອງອາຊີປະຈຳປີ 2020 ສະບັບປັບປຸງໃໝ່ Asian Development  Outlook (ADO) 2020 Up date ໄດ້ປັບປຸງອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍ ໃນ ຫຼືຈີດີພີທີ່ໄດ້ຄາດຄະເນໄວ້ໃນເດືອນກັນຍາຢູ່ທີ່ອັດຕາ-0, 7%, ໃນຂະນະທີ່ອັດຕາຄາດຄະເນສໍາລັບປີ 2021 ຍັງຄົງບໍ່ປ່ຽນແປງ, ແຕ່ວ່າການຄາດການແມ່ນຈະແຕກຕ່າງພາຍໃນພາກພື້ນຊຶ່ງອະນຸພາກພື້ນອາຊີຕາເວັນອອກຈະມີການຂະຫຍາຍໂຕໃນຂະນະທີ່ອັດຕາການຂະຫຍາຍຕົວໃນອະນຸພາກພື້ນອື່ນຈະຕິດລົບໃນປີນີ້.

  ທ່ານ ຢະສຸຍຸກິ ສະວາດະ, ຫົວໜ້ານັກເສດຖະສາດຂອງ ADB ໄດ້ໃຫ້ຮູ້ວ່າການຄາດຄະເນສຳລັບປະເທດທີ່ກຳລັງພັດທະນາໃນພາກພື້ນອາຊີຈະເຫັນວ່າມີສະພາບທີ່ດີຂຶ້ນ. ການຄາດຄະເນອັດຕາການຂະຫຍາຍໂຕໄດ້ຮັບການປັບຂຶ້ນສຳລັບສາທາລະນະລັດປະຊາຊົນຈີນ ຫຼືສປ ຈີນ ແລະອິນເດຍ, ຊຶ່ງເປັນສອງປະເທດທີ່ມີເສດຖະກິດຂະໜາດໃຫຍ່ທີ່ສຸດຂອງພາກພື້ນ,” ທ່ານໄດ້ໃຫ້ຮູ້ຕື່ມອີກວ່າການລະບາດຂອງພະຍາດທີ່ມີການແກ່ຍາວຍັງຄົງເປັນຄວາມສ່ຽງຕົ້ນຕໍ, ແຕ່ວ່າການພັດທະນາວັກແຊັງເມື່ອບໍ່ດົນມານີ້ຈະຊ່ວຍບັນເທົາຄວາມສ່ຽງຈາກສິ່ງດັ່ງກ່າວນີ້, ການໃຫ້ຢາວັກແຊັງທີ່ປອດໄພ, ມີປະສິດທິພາບ ແລະທັນເວລາໃນບັນດາປະເທດທີ່ກຳລັງພັດທະນາຈະເປັນສິ່ງທີ່ສຳຄັນທີ່ຈະສະໜັບສະໜູນການເປີດກ້ວາງທາງດ້ານເສດຖະກິດ ແລະການຟື້ນໂຕຂອງການເຕີບໂຕໃນພາກພື້ນ.”

   ການແຜ່ລະບາດທີ່ນໍາໄປສູ່ການປິດປະເທດ ແລະການຈຳກັດກິດຈະກຳຕ່າງໆໄດ້ຮັບການຜ່ອນຄາຍໃນຫຼາຍໆລະດັບໃນພາກພື້ນດ້ວຍການກັບມາດຳເນີນກິດຈະການຄືນຂອງການສົ່ງອອກສິນຄ້າຢ່າງໄວວາຈາກທີ່ມີການຫຼຸດລົງຢ່າງຫຼວງຫຼາຍໃນໄຕມາດສອງ. ການເຄື່ອນໄຫວກໍ່ຈະກັບຄືນມາໃນລະດັບກ່ອນເກີດມີການແຜ່ລະບາດພະ ຍາດ COVID-19 ໃນພາກພື້ນອາຊີ ແລະປາຊີຟິກຊຶ່ງເປັນພາກພື້ນທີ່ການແຜ່ຂະຫຍາຍຂອງພະຍາດ COVID-19 ໄດ້ຮັບການຈຳກັດ ຫຼືປ້ອງກັນໄດ້ຢ່າງກ້ວາງຂວາງໃນຫຼາຍເດືອນຜ່ານມານີ້, ການຟື້ນໂຕໃນຂະແໜງການທ່ອງທ່ຽວເຖິງວ່າເບິ່ງຄືວ່າຈະຊັກຊ້າກໍ່ຕາມ.  

 ບັນດາປະເທດໃນອະນຸພາກພື້ນອາຊີທີ່ກຳລັງພັດທະນາສ່ວນໃຫຍ່ແມ່ນຄາດວ່າຈະຕິດລົບໃນປີນີ້. ຍົກເວັ້ນປະເທດໃນອະນຸພາກພື້ນອາຊີຕາເວັນອອກໂດຍມີການຄາດ ຄະເນວ່າອັດຕາການຂະຫຍາຍໂຕປັບຂຶ້ນມາທີ່ 1,6% ໃນປີ 2020 ຫຼັງອັດຕາການຂະຫຍາຍໂຕໄວກ່ວາການຟື້ນໂຕທີ່ໄດ້ຄາດ ໄວ້ໃນ ຈີນ ແລະໄຕ້ຫວັນ, ຈີນ, ການຄາດຄະເນການຂະຫຍາຍໂຕໃນແຖບອາຊີຕາເວັນອອກສຳລັບປີ 2021 ແມ່ນຮັກສາໄວ້ທີ່ອັດຕາ 7,0%.

  ຈີດີພີ ໃນແຖບອາຊີໃຕ້ແມ່ນຄາດວ່າຈະຕິດລົບ 6,1% ໃນປີ 2020, ຊຶ່ງໄດ້ຮັບການປັບຂຶ້ນຈາກອັດຕາຕິດລົບ 6,8% ທີ່ໄດ້ຄາດໄວ້ໃນເດືອນກັນຍາ,ການຂະຫຍາຍໂຕໃນແຖບອາຊີໃຕ້ແມ່ນຄາດວ່າຟື້ນໂຕກັບມາທີ່ອັດຕາ 7, 2% ໃນປີ 2021, ການຂະຫຍາຍຕົວຄາດຄະເນສຳລັບອິນເດຍ, ຊຶ່ງເປັນປະເທດທີ່ມີເສດຖະກິດຂະໝາດໃຫຍ່ທີ່ສຸດຂອງພາກພື້ນ, ສຳລັບສົກປີງົບປະມານ 2020 ແມ່ນປັບໂຕຂຶ້ນຢູ່ທີ່ອັດຕາ-8,0% ຊຶ່ງປັບຂຶ້ນຈາກອັດຕາ-9.0% ທີ່ໄດ້ຄາດໄວ້ໃນເດືອນກັນຍາ, ພ້ອມກັນນັ້ນ, ການຄາດຄະເນສຳລັບປີ 2021 ແມ່ນຍັງຄົງຮັກສາໄວ້ທີ່ອັດຕາ 8,0%.

   ການຂະຫຍາຍໂຕຂອງເສດຖະກິດໃນອາຊີຕາເວັນອອກສ່ຽງໃຕ້ຍັງມີຄວາມຫຍຸ້ງຫຍາກຍ້ອນການລະບາດຂອງພະຍາດ CO VID-19 ແລະມາດຕະການຄວບຄຸມຍັງສືບຕໍ່, ໂດຍສະເພາະໃນອິນໂດເນເຊຍ, ມາເລເຊຍ ແລະຟິບປິນ. ການຄາດຄະເນການຂະຫຍາຍໂຕຂອງອະນຸພາກພື້ນນີ້ໃນປີ 2020 ຖືກປັບລົງຢູ່ທີ່ອັດຕາ-4, 4% ຫຼຸດລົງຈາກອັດຕາ-3,8% ທີ່ໄດ້ຄາດໄວ້ໃນເດືອນກັນຍາ. ການຄາດຄະເນຂອງອະນຸພາກພື້ນດັ່ງກ່າວສຳລັບປີ 2021 ກໍ່ຖືກປັບຫຼຸດລົງເຊັ່ນກັນ, ຊຶ່ງປັດຈຸບັນອາຊີຕາເວັນອອກສ່ຽງໃຕ້ຄາດວ່າຈະຂະຫຍາຍໂຕເພີ່ມຂຶ້ນທີ່ອັດຕາ 5, 2% ໃນປີໜ້າເມື່ອທຽບກັບການຄາດຄະເນອັດຕາການເຕີບໂຕທີ່ 5,5ທີ່ໄດ້ຄາດໄວ້ໃນເດືອນກັນ ຍາ.

  ການຄາດຄະເນສຳລັບອະນຸພາກພື້ນປາຊີຟິກແມ່ນບໍ່ປ່ຽນແປງທັງໃນປີ 2020 ແລະ 2021 ຢູ່ທີ່ອັດຕາ-6,1% ແລະ 1,3% ຕາມລຳດັບ. ການຄາດຄະເນການເຕີບໂຕຂອງອະນຸພາກພື້ນອາຊີກາງສຳລັບປີ 2020 ຍັງຄົງຢູ່ທີ່ອັດຕາ-2,1%, ແຕ່ການຄາດຄະເນສຳລັບປີ 2021 ແມ່ນຫຼຸດລົງເລັກນ້ອຍຢູ່ທີ່ອັດຕາ 3,8% ຈາກການຄາດຄະເນການເຕີບໂຕທີ່ອັດຕາ 3,9% ຊຶ່ງໄດ້ຄາດໄວ້ໃນເດືອນກັນຍາ.

  ອັດຕາເງິນເຟີ້ໃນພາກພື້ນຄາດວ່າຈະຫລຸດລົງທີ່ລະດັບ 2,8% ໃນປີ 2020 ຈາກລະດັບ 2,9% ທີ່ໄດ້ຄາດຄະເນໄວ້ໃນເດືອນກັນຍາ, ຍ້ອນຄວາມຕ້ອງການການບໍລິ ໂພກຫຼຸດລົງ ແລະລາຄານໍ້າມັນ ຕໍ່າ, ອັດຕາເງິນເຟີ້ສຳລັບປີ 2021 ຄາດວ່າຈະຢູ່ທີ່ 1,9%, ຊຶ່ງຫຼຸດລົງຈາກອັດຕາ2,3% ທີ່ໄດ້ຄາດຄະເນໄວ້ໃນເດືອນກັນຍາທີ່ຜ່ານມາ, ລາຄານໍ້າມັນຍັງຮັກສາຢູ່ທີ່ 42,50 ໂດລາຕໍ່ບາເລວໃນປີ 2020 ກ່ອນທີ່ຈະເພີ່ມຂຶ້ນເປັນ 50 ໂດລາຕໍ່ບາເລວໃນປີ 2021.

  ການຄາດຄະເນການພັດທະນາຂອງອາຊີເປັນສິ່ງພິມກ່ຽວກັບເສດຖະກິດອັນຕົ້ນຕໍຂອງ ADB ຊຶ່ງໄດ້ຈັດພີມເຜີຍແຜ່ໃນເດືອນເມສາຂອງທຸກໆປີສ່ວນສະບັບປັບປຸງຈະໄດ້ຖືກຈັດພິມເຜີຍແຜ່ໃນເດືອນກັນຍາ ແລະບົດສະຫຼຸບຫຍໍ້ເພີ່ມເຕີມຈະໄດ້ຈັດພິມເຜີຍແຜ່ຕາມປົກກະຕິແມ່ນໃນເດືອນກໍລະກົດ ແລະ ເດືອນທັນວາປະເທດທີ່ກໍາລັງພັດທະນາໃນອາຊີໝາຍເຖິງ 46 ປະເທດສະມາຊິກທີ່ກຳລັງພັດທະນາຂອງ ADB.