ປະໂຫຍດ ແລະສັບພະຄຸນທາງຢາຂອງຫົວຜັກກາດຂາວ

  ຫົວຜັກກາດຂາວສາມາດເອົາໄປປຸງແຕ່ງອາຫານໄດ້ຫຼາກຫຼາຍເມນູພ້ອມມີລົດຊາດທີ່ເປັນເອກະລັກເປັນຂອງໂຕມັນເອງດັ່ງນັ້ນຈຶ່ງເຮັດໃຫ້ຫົວຜັກກາດຂາວຖືກນຳໄປປຸງແຕ່ງອາຫານຕ່າງໆບໍ່ວ່າຈະເປັນຕົ້ມຈືດ ຫຼືເອົາໄປເຮັດຫົວຜັກກາດດອງ. ແຕ່ທ່ານຮູ້ ຫຼືບໍ່ວ່າຫົວຜັກກາດຂາວມີປະໂຫຍດ ແລະສັບພະຄຸນຫຼາຍຢ່າງສາມາດຊ່ວຍໃນເລື່ອງຂອງຮູບຮ່າງຜິວພັນຂອງເຮົາ.

 ນອກຈາກນັ້ນຫົວຜັກກາດຂາວຍັງມີສັບພະຄຸນໃນການກະຈາຍສິ່ງທີ່ສະສົມໃນຮ່າງກາຍໂດຍມີໃຍອາຫານທີ່ຊ່ວຍໃນການລ້າງກະເພາະອາຫານແລະລຳໄສ້,ຊ່ວຍໃນການ ຍ່ອຍອາຫານ ແລະລະບົບຂັບຖ່າຍ, ຊ່ວຍຫຼຸດນໍ້າໜັກ, ແກ້ທ້ອງອືດ, ທ້ອງຜູກ, ແໜ້ນທ້ອງ ແລະເສີມການເຮັດວຽກຂອງລະບົບພູມຄຸ້ມກັນ.