ຊົມພາບ​ເຣນ​ເດີ​ຂອງ​ແອ​ລຈີ ສຕາຍ​ໂລ7 ພ້ອມ​ກັບ​ດິ​ໄຊ​ລຽບ​ງ່າຍ

 ກ່ອນ​ໜ້າ​ນີ້ LG ​ໄດ້​ເຜີຍ​ໂສມ Stylo 6 ມາ​ຕັ້ງ​ແຕ່​ເດືອນ​ພຶດສະພາ​ທີ່​ຜ່ານ​ມາ ໂດຍ​ມື​ຖື​ລຸ້ນນັ້ນ​ມີ​ການ​ປ່ຽນ​ດິ​ໄຊ ​ແລະ​ມີ​ຄວາມ​ໂດດ​ເດັ່ນ​ໃນ​ກຸ່ມ​ມື​ຖື​ທີ່​ມີ​ປາກກາຫຼ້າ​ ສຸດ​ນີ້​ກໍ​ມີ​ພາບ Render ຂອງ​ມື​ຖືທີ່​ຈະ​ອອກ​ມາ​ສານ​ຕໍ່​ຄື Stylo 7 ​ເຜີຍ​ອອກ​ມາ.

ລາຍ​ລະອຽດ​ຈາກ​ທີ່​ໄດ້​ເຫັນມີ​ດັ່ງ​ນີ້:

- ໜ້າ​ຈໍ​ຂະໜາດ 6,8 ນິ້ວ ​ແບບ Punch Hole ​ແຕ່​ວ່າ​ກ້ອງ​ຈະ​ຢູ່​ຕົງ​ກາງ.

- ຂະໜາດ​ເຄື່ອງ 6x77x8.6ມມ.

- ມີ​ຊ່ອງ​ສຽບ​ຫູ​ຟັງ, ມີ​ຊ່ອງ​ສຽບ USB-C ມີ​ຊ່ອງ​ເກັບບິກ ທີ່ໄວ້ຂຽນ.

- ລະບົບ​ສະ​ແກນ​ນິ້ວຢູ່​ທີ່​ປຸ່ມ​ເປີດ/ປິດ​ເຄື່ອງ.

ທັງ​ນີ້​ຍັງ​ບໍ່​ໄດ້​ມີ​ການ​ເປີດ​ເຜີຍ​ເລື່ອງ​ຂຸມ​ພະລັງລວມ​ໄປ​ເຖິງ​ຂະໜາດ​ຂອງ​ແບ​ັດ​ເຕີຣີຄົງ​ຕ້ອງ​ລໍຖ້າ​ເບິ່ງ​ໃນ​ອະນາຄົດ​ຕໍ່​ໄປ.