ຫຼຸດ​ພາບ​ທົດ​ສອບ ຊຳ​ຊຸງ N378(5G) ພ້ອມ​ກັບ​ສະ​ເປັກ​ລຸ້ນກາງ

 ໃນ​ປະຈຸ​ບັນ​ມື​ຖື​ທີ່​ກຳລັງ​ຈະ​ວາງ​ຂາຍ​ມັກ​ຈະ​ມີ​ສະ​ເປັກ​ຫຼຸດ​ຈາກ​ໂປຣ​ແກຣມທົດ​ສອບ​ປະສິດທິພາບ​ຢູ່​ສະ​ເໝີ​ ແລະ Samsu ng ກໍ​ບໍ່​ເວັ້ນເພາະ​ມີ​ການ​ລາຍງານຈາກ​ໂປຣ​ແກຣມ Geekbench 5 ພົບວ່າ Samsung Gaaxy  SGH-N378 ມີ​ຄະ​ແນນ​ປະສິດທິພາບ​ອອກ​ມາ.

  ​ ເບື້ອງ​ຕົ້ນ​ຂໍ້​ມູນ​ຂອງ​ມື​ຖື​ລຸ້ນດັ່ງກ່າວ​ຈະ​ມາ​ພ້ອມ​ກັບ RAM 6GB, Android 11 ພ້ອມ​ກັບ​ກາດ​ຈໍ Adreno 619 ຄາດວ່າ​ຂຸມ​ພະລັງ​ຄື Qualcomm Snapdragon 750G ລຸ້ນ​ໃໝ່​ທີ່ Qualcomm ຕັ້ງ​ໃຈ​ໃຫ້​ເປັນ​ຂຸມ​ພະລັງ​ເພື່ອ​ມື​ຖື 5G ​ໃນ​ລາຄາ​ເປັນ​ມິດ ​ແລະ​ເມື່ອ​ຜົນ​ການ​ທົດ​ສອບ​ອອກ​ມາຖື​ວ່າ​ເຮັດ​ໄດ້​ດີ ​ແລະ​ເຮັດ​ໄດ້​ດີກ​ວ່າ A42 5G ​ໄປ​ອີກ.

ດ້ວຍຄວາມ​ທີ່​ສະ​ເປັກຂອງ​ເຄື່ອງ​ລຸ້ນນີ້​ຄ່ອນ​ຂ້າງ​ແປ​ ແລະ​ມີ​ສະ​ເປັກ​ທີ່ຢູ່​ລະຫວ່າງ Galaxy A52 ​ແລະ Galaxy M12 ທີ່​ຈະ​ເປີດ​ເຜີຍ​ຂໍ້​ມູນ​ກ່ອນ​ໜ້າ ​ແລະ​ສະ​ເປັກ​ເໝືອນ​ກັບ Galaxy A42 ທີ່​ເປີດ​ໂຕ​ກ່ອນ​ໜ້າ​ນີ້ສຸດ​ທ້າຍ​ແລ້ວ​ຕ້ອງ​ລຸ້ນກັນ​ຕໍ່​ໄປ​ວ່າມື​ຖື​ລຸ້ນນີ້​ຈະ​ໃສ່ຊື່​ລຸ້ນ​ໃດ​ກັນ​ຕໍ່​ໄປ.