ໂຮງຮຽນເຕັກນິກ-ວິຊາຊີບ ມອບໃບປະກາສະນີຍະບັດໃຫ້ນັກສຶກສາ

  ວັນທີ 3 ທັນວາ ຜ່ານມາຢູ່ສະໂມສອນຫ້ອງວ່າການເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດໃຫ້ແກ່ນັກຮຽນນັກສຶກສາຜູ້ສໍາ ເລັດການສຶກສາຊັ້ນກາງ (ລະບົບ 9+3) ມີ 5 ສາຂາຄື: ລົດຍົນ, ໄຟ ຟ້າ, ຕັດຫຍິບ, ປູກຝັງ ແລະລ້ຽງສັດ, ປະຈໍາສົກປີ 2019-2020 ຂຶ້ນຢ່າງເປັນທາງການ, ໂດຍເຂົ້າຮ່ວມ ທ່ານບຸນເກື້ອ ໂຄດສົມບັດ ຜູ້ອໍານວຍການວິທະຍາໄລເຕັກນິກ-ວິຊາຊີບແຂວງສະຫວັນນະເຂດ,ທ່ານ ຄໍາພອງ ໄຊທິບຸດ ຮອງເຈົ້າເມືອງເຊໂປນ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຄະນະຫ້ອງການອອ້ມຂ້າງ, ຄູ-ອາຈານພ້ອມດ້ວຍນັກຮຽນນັກສຶກສາວິທະຍາໄລເຕັກນິກ-ວິຊາຊີບເມືອງເຊໂປນເຂົ້າຮ່ວມ.

   ທ່ານ ສີວອນ ແກ້ວດວງດີ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານການຮຽນ ແລະການສິດສອນສົກປີ 2019-2020 ພ້ອມທິດທາງແຜນການສົກປີ 2020-2021, ອີງໃສ່ຜົນສໍາເລັດການສຶກສາຂອງນັກຮຽນສົກປີ 2019-2020 ທີ່ວິທະຍາໄລເຂດເຊໂປນຈໍານວນ 81 ຄົນ, ຍິງ 26 ຄົນ ໃນ 5 ສາຂາວິຊາຄື: ສາຂາວິຊາ: ຕັດຫຍິບຈໍານວນ 11 ຄົນ, ຍິງ 9, ສາຂາວິຊາໄຟຟ້າຈໍານວນ 31 ຄົນ,  ີງ 3 ຄົນ, ສາຂາວິຊາລົດຍົນຈໍານວນ 22 ຄົນ, ປູກຝັງ 8 ຄົນ ຍິງ 6 ຄົນ, ລ້ຽງສັດ 9 ຄົນ, ຍິງ7 ຄົນ.

  ຕອນທ້າຍກໍ່ໄດ້ຮັບຟັງການໂອ້ລົມຈາກທ່ານ ບຸນເກື້ອ ໂຄດສົມບັດ, ຜູ້ອໍານວຍການວິທະຍາໄລເຕັກນິກ-ວິຊາຊີບແຂວງສະຫວັນນະເຂດພ້ອມທັງມອບໃບປະກາສະນີຍະ ບັດໃຫ້ແກ່ນັກຮຽນນັກສຶກສາຊັ້ນກາງ (9+3) ໃນແຕ່ລະ